ອາຣເຊນໍລ ຟອມແຮງຕໍ່ເນື່ອງ ຊະນະ ພີເອັສວີ 1-0 ຄວ້າໄຊ 4 ນັດລວດ ໃນຢູໂຣປ້າລີກ! ໂອກາດເຂົ້າຮອບ 16 ທີມສົດໃສ

ທັບປືນໃຫຍ່ ອາຣເຊນໍລ ຟອມເດັ່ນຕໍ່ເນື່ອງ ຫລ້າສຸດເປີດບ້ານເອົາຊະນະ ພີເອັສວີ ໄອໂຮເຟັນ ຈາກເນເທີແລນ (ໂຮນລັງ) 1-0 ການແຂ່ງຂັນ ຢູໂຣປ້າລີກ ກຸ່ມ A ນັດທີ 4 ຄືນວັນທີ 20 ຕຸລາຜ່ານມາ,  ໄດ້ປະຕູໄຊຈາກ: ຫົວໜ້າທີມ ການິດ ຊາກ້າ ນາທີ 70′ ຄວ້າໄຊ 4 ນັດລວດ ໂອກາດເຂົ້າຮອບ 16 ທີມສົດໃສ ແລະ ຊະນະ 8 ນັດລວດລວມທຸກລາຍການ.

ຂະນະທີ່ ພີເອັສວີ ມີ 7 ຄະແນນ ລຸ້ນຕິດໜຶ່ງໃນສອງຂອງກຸ່ມໃນສອງນັດທີ່ເຫລືອ, ນັດຕໍ່ໄປ ອາຣເຊນໍລ ຈະລົງຫລິ້ນເກມ ພຣີເມ່ຍລີກ ບຸກໄປຢາມ ເຊົາແທ່ມຕັນ ວັນທີ 23 ຕຸລານີ້.

Photo: UEFA Europa League

Leave a Reply

Your email address will not be published. Required fields are marked *