ເລວານດັອຟສະກີ້ ຍິງປະຕູຫລັກ 600 ໜ່ວຍ ຊ່ວຍ ບາຣຊ້າ ຊະນະ ບີຢາຣຽວ 3-0 ລາລີກ້າ ນັດກາງອາທິດ

ໂຣເບີດ ເລວານດັອຟສະກີ້ ສູນໜ້າທີມຊາດໂປໂລຍ ໄວ 34 ປີ ຂອງສະໂມສອນ ບາຣເຊໂລນ້າ ຊັດສອງປະຕູຊ່ວຍຕົ້ນສັງກັດ ເປີດບ້ານເອົາຊະນະ ບີຢາຣຽວ 3-0 ເກມລາລີກ້າ ນັດກາງອາທິດ ຄືນວັນທີ 20 ຕຸລາຜ່ານມາ, ກາຍເປັນປະຕູທີ 600 ແລະ 601 ໃນອາຊີບ ທັງລະດັບສະໂມສອນ ແລະ ທີມຊາດ.

ຂະນະນີ້ ເລວານດັອຟສະກີ້ ຍິງ 11 ປະຕູຈາກ 10 ນັດ ໃນລາລີກ້າລະດູການນີ້ ຂຶ້ນນຳດາວຍິງສູງສຸດ ແລະ ກາຍເປັນນັກເຕະຄົນທີສາມໃນຍຸກປີ 2000 ທີ່ຍິງໄດ້ຫລັກ 600 ຕໍ່ຈາກ ລີໂອເນວ ເມັສຊີ້ ແລະ ຄຣິສເຕຍໂນ້ ໂຣນາວໂດ້.

ປະຈຸບັນ ບາຣຊ້າ ມີ 25 ຄະແນນຈາກ 10 ນັດ ຢູ່ອັນດັບສອງ ຕາມຫລັງ ຣຽວ ມາດຣິດ ທີມນຳ 3 ຄະແນນ, ນັດຕໍ່ໄປ ບາຣຊ້າ ຈະພົບກັບ ບິວເບົາ ໃນຄືນວັນທີ 23 ຕຸລານີ້.

Photo: FC Barcelona

Leave a Reply

Your email address will not be published. Required fields are marked *