ເຈີຣາດ ຖືກປົດອອກຈາກຕຳແໜ່ງ ພາຍຫລັງພາທີມບຸກເສຍໃຫ້ ຟູແລ່ມ 0-3

ສະຕີເວັນ ເຈີຣາດ ອະດີດກອງກາງ ລີເວີພູລ ຖືກ ແອັສຕັນ ວິນລ້າ ປົດອອກຈາກຕຳແໜ່ງຜູ້ຈັດການທີມ ພາຍຫລັງພາທີມບຸກເສຍໃຫ້ ຟູແລ່ມ 0-3 ເກມພຣີເມ່ຍລີກ ນັດກາງອາທິດ ເມື່ອຄືນວັນທີ 20 ຕຸລາຜ່ານມາ, ຟູແລ່ມ ໄດ້ປະຕູຈາກ: ຮາຣີສັນ ຣີດ ນາທີ 36′, ອາເລັກຊານເດີ ມິໂຕວິກ ສັງຫານຈຸດໂທດ ນາທີ 68′ ແລະ ໄທຣ້ອນ ມິ້ງ ກອງຫລັງ ວິນລ້າ ສະກັດເຂົ້າໂກນຕົນເອງ ນາທີ 84′ ແລະ ເກມນີ້ ວິນລ້າ ເຫລືອຜູ້ຫລິ້ນ 10 ຄົນ ນາທີ 62′ ດັກລາສ ລຸຍ ໄດ້ບັດແດງ.

ການປະລາໄຊນັດນີ້ ເຮັດໃຫ້ ສະຕີເວັນ ເຈີຣາດ ຖືກປົດອອກຈາກຕຳແໜ່ງທັນທີ ຍ້ອນຜົນງານໃນລີກລະດູການນີ້ ອອກມາບໍ່ດີ 11 ນັດ ເສຍເຖິງ 6 ນັດ ຊະນະ 2 ສະເໝີ 3 ມີພຽງ 9 ຄະແນນ ຢູ່ອັນດັບທີ 17 ຈົ່ມຢູ່ທ້າຍຕາຕະລາງ.

ເຈີຣາດ ໄວ 42 ປີ ເຂົ້າມາຄຸມ ແອັສຕັນ ວິນລ້າ ໃນເດືອນພະຈິກ ປີ 2021 ແທນ ດີນ ສະມິດ ແລະ ສາມາດພາທີມໜີຕົກຊັ້ນໄດ້ສຳເລັດ, ລວມແລ້ວຄຸມ ວິນລ້າ ທຸກລາຍການລວມທັງໝົດ 40 ຊະນະ 13 ສະເໝີ 8 ເສຍ 19 ສະເລ່ຍໂອກາດຊະນະຕໍ່ນັດ 32.5%.

Photo: Aston Villa FC

Leave a Reply

Your email address will not be published. Required fields are marked *