ຣອນນີ້ ໂອຊຸນລີແວນ ນັກສະນຸກເກີ ມື 1 ຂອງໂລກ ແຊ້ມໂລກ 7 ສະໄໝ ທີ່ຫາກໍໄດ້ແຊ້ມ Hong Kong Masters ປີນີ້ ພາດທ່າຕົກຮອບທຳອິດ ສະນຸກເກີ ລາຍການ Northern Ireland Open 2022 ທີ່ນະຄອນຫລວງ ເບວຟາດ, ປະເທດໄອຣແລນເໜືອ (ອຽກລັງເໜືອ) ໃນວັນທີ 16–23 ຕຸລານີ້, ຣອນນີ້ ອະດີດຮອງແຊ້ມລາຍການນີ້ 3 ສະໄໝ ຖືກ ເດວິດ ເກັຊ ເພື່ອນຮ່ວມຊາດ ມື 49 ຂອງໂລກ ແຊງຊະນະ 4-3.
ຮອບ 2 ເກັຊ ໄປພົບກັບ ທຽນ ເຜິງເຝີຍ ຈາກຈີນ ອັນດັບ 62 ຂອງໂລກ, ຂະນະທີ່ ຈັດທຣຳ ມື ຂອງໂລກ ກໍຕົກຮອບທຳອິດ ແຕ່ ມາກ ອາວເລນ ແຊ້ມເກົ່າ ຜ່ານ ເໝືອນກັບ ມາກ ເຊວບີ້, ນຽວ ໂຣເບີດສັນ, ມາກ ວິນລ້ຽມສ໌ ແລະ ຈອນ ຮິກກິ້ນ.
Photo: World Snooker Tour