ການແຂ່ງຂັນເຕະບານ ເດແອຟເບ ໂພຄາວ (DFB-Pokal) ເຢຍລະມັນ ລະດູການ 2022-23 ຮອບທີ 2 ຄືນວັນທີ 19 ຕຸລາຜ່ານມາ, ເສືອໃຕ້ ບາເຢິນ ມິວນິກ ແຊ້ມສູງສຸດ 20 ສະໄໝ ບຸກຊະນະ ເອົ້າບວກ ເພື່ອນຮ່ວມລີກສູງສຸດ 5-2 ຊູໂປ ມົດຕິ້ງ ຍິງສອງປະຕູ, ໂຈຊົວ ຄິມມິກ, ຢາມາວ ມູເຊຍລ້າ ແລະ ອາວຟອງໂຊ້ ເດວິສ ຍິງຜູ້ລະປະຕູ.
ສ່ວນ ເສືອເຫລືອງ ໂບຣຸສເຊຍ ດັອດມຸນ ບຸກຊະນະ ຮັນໂນເວີ ທີມຈາກລີກອັນດັບສອງຂອງປະເທດ 2-0 ໄດ້ປະຕູຈາກ: ເອີຣີ້ ເອັມບີ້ ກອງຫລັງເຈົ້າບ້ານສະກັດເຂົ້າໂກນຕົນເອງ ແລະ ຈຸດ ເບວລິ້ງແຮມ ສັງຫານຈຸດໂທດ. ຂະນະທີ່ ຢູນ້ຽນ ເບີລິນ, ໄຟຣບວກ ແລະ ສະຕຸດກ໊າດ ກໍຜ່ານໄດ້, ແຕ່ ແວເດີ ເບຣເມັນ ຕົກຮອບ. ຮອບທີ 3 ຫລື ຮອບ 16 ທີມສຸດທ້າຍ ຈະຈັບສະຫລາກວັນທີ 23 ຕຸລານີ້.
Photo: FC Bayern München, Borussia Dortmund