ການແຂ່ງຂັນເຕະບານ ລາລີກ້າ ແອັສປາຍ ນັດກາງອາທິດ ຄືນວັນທີ 19 ຕຸລາຜ່ານມາ, ຣຽວ ມາດຣິດ ແຊ້ມເກົ່າ ຟອມຍັງດີຕໍ່ເນື່ອງ ບຸກຊະນະ ເອວເຊ້ 3-0 ໃນນີ້ ຄາຣິມ ເບັນເຊມ້າ ເຈົ້າຂອງລາງວັນ ບັນລົງດໍຣ ຄົນຫລ້າສຸດ ຍິງໜຶ່ງປະຕູ, ເຟເດຣິໂກ້ ບາວເບເດ້ ແລະ ມາຣໂກ້ ອາເຊັນຊີໂອ້ ຜູ້ລະໜຶ່ງປະຕູ ຊ່ວຍ ມາດຣິດ ຊະນະນອກບ້ານໃນເກມລີກ 6 ນັດລວດ ເປັນຄັ້ງທີ 2 ໃນປະຫວັດສາດຂອງສະໂມສອນ ຕໍ່ຈາກລະດູການ 1991-92 ແລະ ມາດຣິດ ຍັງບໍ່ເສຍໃນລະດູການນີ້ ລວມທຸກລາຍການ ຊະນະ 13 ສະເໝີ 2.
ຜົນຄູ່ອື່ນທີ່ໜ້າສົນໃຈ: ຄາດິຊ ສະເໝີກັບ ຣຽວ ເບຕິສ 0-0 ແລະ ຣຽວ ໂຊເຊຍແດັດ ຊະນະ ມາຢໍລກ້າ 1-0 ຣຽວ ມາດຣິດ ມີ 28 ຄະແນນຈາກ 10 ນັດ ນຳ ບາຣຊ້າ ອັນດັບສອງ 6 ຄະແນນ ແຕ່ແຂ່ງຫລາຍກວ່າໜຶ່ງນັດ, ຄືນນີ້ ບາຣຊ້າ ຈະລົງສະໜາມ ພົບກັບ ບີຢາຣຽວ ເວລາ 2:00.
Photo: LaLiga & Real Madrid C.F.