ນູເຢັສ ຍິງປະຕູໄຊ! ອາລີຊົງ ເຊັຟຈຸດໂທດ ຊ່ວຍ ລີເວີພູລ ເຊືອດ ເວັສແຮມ 1-0

ການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ນັດກາງອາທິດ ຄືນວັນທີ 19 ຕຸລາຜ່ານມາ, ຫົງແດງ ລີເວີພູລ ເປີດບ້ານເຊືອດ ເວັສແຮມ ຢູໄນເຕັດ ແບບຫວຸດວິດ 1-0 ຈາກປະຕູໄຊຂອງ ດາວິນ ນູເຢັສ ນາທີ 22′ ແລະ ເກມນີ້ ເວັສແຮມ ຍິງຈຸດໂທດບໍ່ເຂົ້າໃນນາທີ 45′ ຈາຣັອດ ໂບເວັນ ຍິງບໍ່ຜ່ານມືຂອງ ອາລີຊົງ ເບັກເກີ.

ນູເຢັສ ຍິງປະຕູທີ 5 ໃຫ້ ລີເວີພູລ ໃນລະດູການນີ້ ແລະ ເປັນປະຕູທີ 3 ໃນພຣີເມ່ຍລີກ ຈາກການລົງຫລິ້ນ 7 ນັດ ຊ່ວຍ ຫົງແດງ ບວກເພີ່ມເປັນ 16 ຄະແນນຈາກ 10 ນັດ ຢູ່ອັນດັບທີ 7 ຕາມຫລັງ ອາຣເຊນໍລ ທີມນຳ 11 ຄະແນນ. ສ່ວນ ເວັສແຮມ ມີ 11 ຄະແນນຈາກ 11 ນັດ ຢູ່ທີ 13, ນັດຕໍ່ໄປ ລີເວີພູລ ຈະໄປຢາມ ນັອດຕິ້ງແຮມ ຟໍເຣັດ ວັນທີ 22 ຕຸລານີ້, ຂະນະທີ່ ເວັສແຮມ ຈະເປີດບ້ານພົບກັບ ບຣອນ ມັດ ຄືນວັນທີ 24 ຕຸລາ.

Photo: Liverpool FC

Leave a Reply

Your email address will not be published. Required fields are marked *