ການແຂ່ງຂັນເຕະບານຍິງ-ຊາຍ ຊິງແຊ້ມທົ່ວປະເທດ ຫລື ບານເຕະແຫ່ງຊາດ ປະຈຳປີ 2022 ປະຈຸບັນສະເພາະເຕະບານຍິງ ທີ່ມີ 9 ແຂວງເຂົ້າຮ່ວມ ແຂ່ງຂັນທີ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມໃນ ແລະ ສະໜາມນອກ ໄດ້ສຳເລັດການແຂ່ງຂັນຮອບ 4 ທີມສຸດທ້າຍ ໃນວັນທີ 19 ຕຸລາຜ່ານມາ, ປະກົດວ່າ: ນະຄອນຫລວງວຽງຈັນ ແຊ້ມເກົ່າ ເອົາຊະນະການດ່ວນຈຸດໂທດ ແຂວງອຸດົມໄຊ 4-2 ໂດຍໃນເວລາປົກກະຕິສະເໝີກັນ 0-0.
ຂະນະທີ່ ແຂວງຈຳປາສັກ ແຊງຊະນະ ແຂວງຊຽງຂວາງ ຮອງແຊ້ມຄັ້ງຜ່ານມາ ແບບສຸດມັນ 2-1, ແຂວງຊຽງຂວາງ ໄດ້ປະຕູຂຶ້ນນຳກ່ອນຈາກ ແມັກຈັນທາ ພີມມະສອນ ນາທີ 31′, ແຕ່ຖືກ ແຂວງຈຳປາສັກ ຍິງແຊງ 2 ປະຕູຈາກ ວິໄລວັນ ແກ້ວສະໝຸດ ນາທີ 48′ ແລະ ເຮມາ ແສງປະເສີດ ນາທີ 58′.
ຮອບຊິງຊະນະເລີດ ຈະແຂ່ງຂັນໃນວັນທີ 21 ຕຸລານີ້ ທີ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມໃນ ເວລາ 16:00 ນະຄອນຫລວງວຽງຈັນ ແຊ້ມເກົ່າ ພົບກັບ ແຂວງຈຳປາສັກ. ຄູ່ນີ້ ຫາກໍພົບກັນໃນຮອບແບ່ງສາຍຜ່ານມາ ນະຄອນຫຼວງວຽງຈັນ ເອົາຊະນະ ແຂວງຈຳປາສັກ ຫວຸດວິດ 1-0 ຈາກປະຕູໄຊຂອງ ແກ້ມມີ້ ອຸດົມສຸກ ນາທີ 23′.
ພາບ: LaoFF