ມາເບິ່ງ 29 ທີມ ທີ່ຜ່ານການຄັດເລືອກເຂົ້າຮອບສຸດທ້າຍ ເຕະບານຍິງ ຊິງແຊ້ມໂລກ 2023

ການແຂ່ງຂັນເຕະບານຍິງ ຊິງແຊ້ມໂລກ ຄັ້ງທີ 9 ໃນປີ 2023 ທີ່ປະເທດອົດສະຕຣາລີ ແລະ ນິວຊີແລນ (ນູແວນເຊລັງ) ເປັນເຈົ້າພາບຮ່ວມກັນ ປະຈຸບັນ ໄດ້ແລ້ວ 29 ທີມ ທີ່ຜ່ານການຄັດເລືອກແຕ່ລະຂົງເຂດເຂົ້າສູ່ຮອບສຸດທ້າຍ.

ຂົງເຂດອາຊີ ມີ: ຍີ່ປຸ່ນ ແຊ້ມ 1 ສະໄໝ, ສປ ຈີນ ອະດີດຮອງແຊ້ມ 1 ສະໄໝ, ສາທາລະນະລັດເກົາຫລີ, ຟີລິບປິນ ແລະ ຫວຽດນາມ ສອງທີມນ້ອງໃໝ່ ພ້ອມກັບ ອົດສະຕຣາລີ ເຈົ້າພາບ ໄດ້ແຂ່ງຮອບສຸດທ້າຍ ໂດຍບໍ່ຕ້ອງຄັດເລືອກ.

ຂົງເຂດເອີຣົບ ມີ: ເຢຍລະມັນ ແຊ້ມ 2 ສະໄໝ, ນໍຣເວ (ນອກແວ) ແຊ້ມ 1 ສະໄໝ, ອັງກິດ, ຝຣັ່ງ, ອີຕາລີ, ເດັນມາກ, ເນເທີແລນ (ໂຮນລັງ), ແອັສປາຍ, ສະວິດເຊີແລນ, ສະວີເດັນ (ຊູແອັດ) ແລະ ສາທາລະນະລັດໄອຣແລນ (ອຽກລັງ) ນ້ອງໃໝ່.

ຂົງເຂດອາເມຣິກາໃຕ້ ມີ: ເບຣຊິນ, ອາກຊັງຕິນ ແລະ ໂຄລົມເບຍ (ໂຄໂລມບີ).

ຂົງເຂດອາຟຣິກາ ມີ: ໄນຈີເຣຍ (ນິເຊຣີ), ອາຟຣິກາໃຕ້ ແລະ ສອງນ້ອງໃໝ່ ໂມຣັອກໂຄ (ມາຣົກ) ແລະ ແຊມເບຍ (ຊຳບີ).

ຂົງເຂດຄອນຄາເຄັຟ ມີ: ສະຫະລັດ ອາເມຣິກາ ແຊ້ມເກົ່າ, ການາດ້າ ເຈົ້າຂອງຫລຽນຄຳ ໂອແລມປິກ ຄັ້ງຫລ້າສຸດ, ຄັອສຕາຣິກາ ແລະ ຈາໄມກ້າ.

ຂົງເຂດໂອຊີເນຍ (ໂອເຊອານີ) ແມ່ນ: ເຈົ້າພາບຮ່ວມ ນິວຊີແລນ (ນູແວນເຊລັງ).

29 ທີມ ທີ່ຜ່ານການຄັດເລືອກສູ່ຮອບສຸດທ້າຍຄັ້ງນີ້ ມີນ້ອງໃໝ່ 5 ທີມຄື: ຟີລິບປິນ, ຫວຽດນາມ, ສາທາລະນະລັດໄອຣແລນ (ອຽກລັງ), ໂມຣັອກໂຄ (ມາຣົກ) ແລະ ແຊມເບຍ (ຊຳບີ).

ຕອນນີ້ ຕ້ອງການອີກ 3 ທີມ ເພື່ອໃຫ້ຄົບ 32 ທີມຕາມໂຄຕ້າໃນຮອບສຸດທ້າຍ ໂດຍຈະມີການເພອັອຟລະດັບທະວີບ ເຊິ່ງຈະມີທີມຈາກທະວີບອາຊີ, ອາຟຣິກາ, ອາເມຣິກາໃຕ້, ຄອນຄາເຄັຟ ແລະ ໂອຊີເນຍ (ໂອເຊອານີ້) ລວມ 10 ທີມຄື: ໄທ, ໄຕ້ຫວັນ, ປັອກຕຸຍການ, ຊິລີ (ຊິເລ່), ປາຣາໄກວ, ກາເມີຣູນ, ເຊເນການ, ປານາມາ, ໄຮຕິ ແລະ ປາປົວ ນິວກີນີ ເພື່ອຊິງເອົາ 3 ໂຄຕ້າ ເຂົ້າຮອບສຸດທ້າຍໃນປີໜ້າ.

Photo: FAIreland & FIFA Women’s World Cup

Leave a Reply

Your email address will not be published. Required fields are marked *