ງານແຂ່ງຂັນຊ່ວງເຮຶອ ເດືອນ 9 ຫໍ່ເຂົ້າປະດັບດິນ ທີ່ສະຫນາມຍຶງຄານ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃນວັນທີ 26 ສິງຫາ ປະຈໍາປີ ພສ 2565 ( 2022 ) ມີເຮືອຊ່ວງເຂົ້າຮ່ວມທັງໝົດ 25 ລຳ ໃນປະເພດ 55 ສີພາຍ ປະເພນີ, ການແຂ່ງຂັນຮອບຊິງຊະນະເລີດ ທີມເຮືອຊ່ວງ ນະຄອນຫຼວງວຽງຈັນ ພົບກັບ ທີມເຮືອຊ່ວງ ແຂວງໄຊຍະບູລີ 1, ໂດຍບໍ່ສາມາດປ່ອຍເຮືອອອກມາໄດ້ມີການຟາວຫຼາຍຄັ້ງ ຈົນສຸດທ້າຍ ທີມເຮືອຊ່ວງ ແຂວງໄຊຍະບູລີ 1 ບໍ່ຍ້ອມແຂ່ງຂັນຕໍ່ ສົ່ງຜົນໃຫ້ ທີມເຮືອຊ່ວງ ນະຄອນຫຼວງ ຄວ້າແຊ້ມໄປຄອງ ຮັບຂັນຄອງ 1,5 ກິໂລກຣາມ, ຮັບຂັນເງີນ ນໍ້າໜັກ 1 ກິໂລກຣາມ ພ້ອມເງິນລາງວັນ 17 ລ້ານກີບ.
ຮອງແຊ້ມ ທີມເຮືອຊ່ວງ ແຂວງໄຊຍະບູລີ 1 ຮັບຂັນເງີນ ນໍ້າໜັກ 0,8 ກິໂລກຣາມ ພ້ອມເງິນລາງວັນ 16 ລ້ານກີບ, ອັນດັບ 3 ທະນາຄານພັດທະນາລາວ (LDB) ແຊ້ມທະລຸຟ້າ ຮັບຂັນເງີນ ນໍ້າໜັກ 0,5 ກິໂລກຣາມ ພ້ອມເງິນລາງວັນ 15 ລ້ານກີບ, ອັນດັບ 4 ທີມເຮືອຊ່ວງ ວັດຊຽງທອງ 2 ຮັບເງິນລາງວັນ 14 ລ້ານກີບ, ອັນດັບ 5 ທີມເຮືອຊ່ວງ ເມືອງຊຽງເງີນ ຮັບເງິນລາງວັນ 13 ລ້ານກີບ, ອັນດັບ 6 ທີມເຮືອຊ່ວງ ບ້ານນູນສະຫວາດ ຮັບເງິນລາງວັນ 12.5 ລ້ານກີບ, ອັນດັບ 7 ທີມເຮືອຊ່ວງ ນາວາຜານາກ ເມືອງປາກອູ ຮັບເງິນລາງວັນ 12 ລ້ານກີບ, ອັນດັບ 8 ທີມເຮືອຊ່ວງ ບ້ານສັງຄະໂລກ ລາວແກັສ ຮັບເງິນລາງວັນ 11.5 ລ້ານກີບ.
ອັນດັບ 9 ຮ່ວມມີ: ທີມເຮືອຊ່ວງ ວັດໃຫມ່-ສວນລາດແລງ ບ້ານປ່າຂາມ, ທີມເຮືອຊ່ວງ ບ້ານໂພນສະອາດ, ທີມເຮືອຊ່ວງ ບ້ານຫາດຮ່ຽນ ແລະ ທີມເຮືອຊ່ວງ ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ຮັບເງິນລາງວັນ ລຳລະ 11 ລ້ານກີບ, ອັນດັບ 13 ຮ່ວມມີ: ທີມເຮືອຊ່ວງ ບ້ານຊຽງລ້ອມ, ທີມເຮືອຊ່ວງ ວັດຊຽງທອງ 1, ທີມເຮືອຊ່ວງ ບ້ານຖິ່ນຊົມ ແລະ ທີມເຮືອຊ່ວງ ບ້ານພັນຫລວງ ຮັບເງິນລາງວັນ ລຳລະ 10.5 ລ້ານກີບ, ອັນດັບທີ 17 ຮ່ວມມີ ທີມເຮືອຊ່ວງ ບ້ານຈອມງົວ, ທີມເຮືອຊ່ວງ ພະທາດຫມາກໂມ ກຸ່ມວິຊຸນ, ທີມເຮືອຊ່ວງ ບ້ານຄົກມັນ, ທີມເຮືອຊ່ວງ ບ້ານປາກເຊືອງ, ທີມເຮືອຊ່ວງ ບ້ານສະເລື່ອນ, ທີມເຮືອຊ່ວງ ບ້ານຄອຍ ສະຖາບັນການເງີນຈຳປາລາວ, ທີມເຮືອຊ່ວງ ບ້ານທາດຫລວງ ກຸ່ມວັດທາດ ຮັບເງິນບລາງວັນ ລຳລະ 10 ລ້ານກີບ.
ລາງວັນເຮືອງາມ ອັນດັບທີ 1 ເຮືອຊ່ວງ ວັດຊຽງທອງ 2 ຮັບເງີນ 3.5 ລ້ານກີບ, ອັນດັບທີ 2 ເຮືອຊ່ວງ ວັດໃຫມ່-ສວນລາດແລງ ບ້ານປ່າຂາມ ຮັບເງີນ 2.5 ລ້ານກີບ ແລະ ອັນດັບທີ 3 ເຮືອຊ່ວງ ພະທາດຫມາກໂມ ກຸ່ມວິຊຸນ ຮັບເງີນ 1.5 ລ້ານກີບ.
ບັນທຶກການແຂ່ງຂັນ:
Cr: ເຮືອຍາວຄູ່ນະທີ