ເຈີເກັນ ຄັອບ ຜູ້ຈັດການທີມ ລີເວີພູລ ອອກມາຢືນຢັນວ່າ: ເດໂກ້ ໂຊຕ້າ ສູນໜ້າທີມຊາດປັອກຕຸຍການ ໄວ 25 ປີ ໄດ້ຮັບບາດເຈັບບໍລິເວນສົ້ນນ່ອງເບື້ອງຂວາຫນັກສົມຄວນ ຈາກເກມ ພຣີເມ່ຍລີກ ທ້າຍອາທິດຜ່ານມາທີ່ ລີເວີພູລ ເປີດບ້ານຊະນະ ແມນເຊັສເຕີ ຊິຕີ້ 1-0. ແພດກ່າວວ່າ: ໂຊຕ້າ ຕ້ອງພັກຮັກສາອາການບາດເຈັບດົນສົມຄວນ ແລະ ອາດພາດໂອກາດຊ່ວຍທີມຊາດປັອກຕຸຍການ ໃນບານໂລກ 2022 ທີ່ກາຕ້າ ໃນທ້າຍປີນີ້.
ລະດູການນີ້ ໂຊຕ້າ ໄດ້ລົງຫລິ້ນພຽງ 8 ນັດ ລວມທຸກລາຍການ ຍ້ອນມີອາການບາດເຈັບຕົ້ນລະດູການ, ໂຊຕ້າ ຍັງບໍ່ເຄີຍລຸຍ ບານໂລກ ຮອບສຸດທ້າຍ ຜ່ານມາເຄີຍຊ່ວຍທີມລາຍການ ຢູໂຣ 2020 ແລະ ຢູຟ້າ ເນຊັ່ນລີກ.
Photo: Diego Jota