ກ໊ອງເຕ້ ກອງກາງ ເຊວຊີ ອົດຊ່ວຍທີມຊາດຝຣັ່ງໃນ ບານໂລກ 2022 ຍ້ອນເຈັບເອັນຫລັງຫົວເຂົ່າພັກປະມານ 4 ເດືອນ

ເອັນໂກໂລ້ ກ໊ອງເຕ້ ກອງກາງທັບ ສິງຟ້າ ເຊວຊີ ອົດຊ່ວຍທີມຊາດຝຣັ່ງໃນ ບານໂລກ 2022 ທີ່ກາຕ້າ ໃນທ້າຍປີນີ້ ພາຍຫລັງເຂົ້າຜ່າຕັດເອັນຫລັງຫົວເຂົ່າທີ່ເຈັບມາແຕ່ກາງເດືອນສິງຫາປີນີ້ ເກມພຣີເມ່ຍລີກ ນັດທີ່ ເຊວຊີ ສະເໝີກັບ 2-2 ໂດຍຕ້ອງພັກຮັກສາຮ່າງກາຍປະມານ 4 ເດືອນ.

ເບື້ອງຕົ້ນການປິ່ນປົວອາການບາດເຈັບຂອງ ກ໊ອງເຕ້ ຄາດວ່າຈະຫາຍດີໃນເດືອນຕຸລານີ້ ແຕ່ສຸດທ້າຍອາການກັບມາເຈັບຕື່ມ ຈຳເປັນຕ້ອງໄດ້ຜ່າຕັດ ເຮັດໃຫ້ກອງກາງ ໄວ 31 ປີ ອົດຊ່ວຍທີມປ້ອງກັນແຊ້ມໂລກຄັ້ງນີ້ແນ່ນອນແລ້ວ.

ກ໊ອງເຕ້ ມີບົດບາດສຳຄັນຢ່າງຍິ່ງກັບຕົ້ນສັງກັດ ແລະ ທີມຊາດ ນັບຕັ້ງຍ້າຍຈາກ ເລັສເຕີ ມາຢູ່ກັບ ເຊວຊີ ໃນປີ 2016 ລົງຫລິ້ນ 262 ນັດ ຍິງ 13 ປະຕູ ຊ່ວຍທີມໄດ້ແຊ້ມ ພຣີເມ່ຍລີກ, ເອຟເອຄັບ ຢູຟ້າ ແຊ້ມປ້ຽນລີກ, ຢູໂຣປ້າລີກ ຢູຟ້າ ຊຸບເປີຄັບ, ແຊ້ມສະໂມສອນໂລກ ຢ່າງລະໜຶ່ງສະໄໝ. ໃນນາທທີມຊາດຝຣັ່ງ ຕິດທີມຊຸດໃຫຍ່ມາແຕ່ປີ 2016 ລົງຫລິ້ນ 53 ນັດ ຍິງ 2 ປະຕູ ຊ່ວຍທີມໄດ້ແຊ້ມໂລກ 2018 ແລະ ຮອງແຊ້ມຢູໂຣ 2016.

Photo: N’Golo Kante

Leave a Reply

Your email address will not be published. Required fields are marked *