ການແຂ່ງຂັນເຕະບານ ເດແອຟເບ ໂພຄາວ (DFB-Pokal) ເຢຍລະມັນ ລະດູການ 2022-23 ຮອບທີ 2 ຄືນວັນທີ 18 ຕຸລາຜ່ານມາ, ອາຣແບ ໄລຊິກ ແຊ້ມເກົ່າ ເປີດບ້ານເອົາຊະນະ ຮຳບວກ ທີມຈາກລີກອັນດັບສອງຂອງປະເທດ 4-0 ຈາກ: ຢູຊຸບ ໂພເຊັ້ນ ສອງປະຕູ ນາທີ 33′, 36′ ໂມຮາເໝັດ ຊີມາການ ນາທີ 69′ ແລະ ເບັນຈາມິນ ເຮັນຣິກ ນາທີ 81′.
ຂະນະທີ່ ໄອແທັກ ແຟັງເຟີດ, ໂວຟບວກ, ຮັອຟເຟັນຮາມ ແລະ ມາຍຊ໌05 ກໍສາມາດຜ່ານໄດ້, ແຕ່ ກັດບັກ ແລະ ຊາວເກ້ ຕົກຮອບ, ສຳລັບຄືນນີ້ ຈະມີແຂ່ງຂັນ 8 ຄູ່: ຄູ່ທີ່ໜ້າສົນໃຈ ຮັນໂນເວີ ພົບ ດັອດມຸນ, ປາເດີບອນ ພົບ ແວເດີ ເບຣເມັນ ເວລາ 23:00, ເອົ້າບວກ ພົບ ບາເຢິນ, ຢູນ້ຽນ ເບີລິນ ພົບ ໄຮເດັນຮາມ ເວລາ 1:45.
Photo: RB Leipzig