ການແຂ່ງຂັນເຕະບານ ລາລີກ້າ ແອັສປາຍ ນັດກາງອາທິດ ຄືນວັນທີ 18 ຕຸລາຜ່ານມາ, ແອັດເລຕິໂກ້ ມາດຣິດ ເປີດບ້ານພົບກັບ ຣາໂຢ້ ບາເລກາໂນ້ ເຈົ້າບ້ານນຳກ່ອນຈາກ ອາວວາໂຣ້ ໂມຣາຕ້າ ໃນ 20′ ນາທີທຳອິດ ແຕ່ທ້າຍເກມໄລຍະຕໍ່ເວລາບາດເຈັບ ທີມຢາມໄດ້ປະຕູຕີສະເໝີຈາກການສັງຫານຈຸດໂທດຂອງ ຣາດາເມວ ຟາວເກົາ ອະດີດກອງໜ້າຂອງ ແອັດມາດຣິດ ແລະ ແມນຢູ ນາທີ 90+2′ ຈົບເກມສະເໝີກັນ 1-1.
ແອັດມາດຣິດ ມີ 20 ຄະແນນຈາກ 10 ນັດ ຢູ່ອັນດັບ 3 ຕາມຫລັງ ຣຽວ ມາດຣິດ ທີມນຳ 5 ຄະແນນ ແລະ ແຂ່ງຫລາຍກວ່າໜຶ່ງນັດ, ຂະນະທີ່ ຣາໂຢ້ ມີ 12 ຄະແນນຈາກ 10 ນັດ ຢູ່ທີ 10. ຜົນອີກສອງຄູ່: ເຊບີຢ້າ ສະເໝີກັບ ບາເລັນເຊຍ 1-1 ແລະ ເກຕາເຟ່ ສະເໝີກັບ ບິວເບົາ 2-2.
ສຳລັບຕາຕະລາງແຂ່ງຂັນໃນຄໍ່າຄືນນີ້ ມີ 4 ຄູ່ ຄູ່ທີ່ໜ້າສົນໃຈ: ຣຽວ ໂຊເຊຍແດັດ ພົບ ມາຢໍລກ້າ ເວລາ 1:00 ແລະ ເອວເຊ້ ພົບ ຣຽວ ມາດຣິດ ເວລາ 2:00.
Photo: LaLiga & Atletico Madrid