ວິວເຟຣດ ຊາຮາ ຍິງປະຕູ ວູຟແຮມຕັນ 3 ນັດຕິດຕໍ່ກັນ ຊ່ວຍ ພາເລດ ແຊງຊະນະ 2-1 ຫຍັບຂຶ້ນທີ 10 ພຣີເມ່ຍລີກ

ການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ນັດກາງອາທິດ ຄືນວັນທີ 18 ຕຸລາຜ່ານມາ, ຄຣິສຕັນ ພາເລດ ເປີດບ້ານແຊງຊະນະ ວູຟແຮມຕັນ 2-1 ທີມຢາມນຳກ່ອນຈາກ ອາດາມ້າ ຕຣາໂອເຣ່ ນາທີ 31′ ແຕ່ເຄິ່ງຫລັງເຈົ້າບ້ານຍິງແຊງສອງປະຕູຈາກ ອີເຊ້ ນາທີ 46′ ແລະ ວິວເຟຣດ ຊາຮາ ນາທີ 70′ ຊາຮາ ຍິງປະຕູ ວູຟ 3 ນັດຕິດຕໍ່ກັນ ຊ່ວຍ ພາເລດ ເອົາຊະນະ ແບບຫວຸດວິດ 2-1 ຫຍັບຂຶ້ນທີ 10 ມີ 13 ຄະແນນຈາກ 10 ນັດ, ຂະນະທີ່ ວູຟ ມີ 9 ຄະແນນຈາກ 11 ນັດ ຢູ່ທີ 17.

ຜົນອີກໜຶ່ງຄູ່: ໄບຣຕັ້ນ ສະເໝີກັບ ນັອດຕິ້ງແຮມ ຟໍເຣັດ 0-0 ສ່ວນໃນຄໍ່າຄືນນີ້ ຈະມີແຂ່ງຂັນ 5 ຄູ່ ເວລາ 1:30 ເບັນຟອດ ພົບ ເຊວຊີ, ລີເວີພູລ ພົບ ເວັສແຮມ, ນິວຄາສເຊິນ ພົບ ເອຟເວີຕັນ, ບຣອນມັດ ພົບ ເຊົາແທ່ມຕັນ ແລະ ເວລາ 2:15 ແມນຢູ ພົບ ສະເປີ. ສ່ວນ ອາຣເຊນໍລ ພົບ ແມນຊິຕີ້ ຖືກເລື່ອນຍ້ອນ ເດີ ກັນເນີ ຕິດພາລະກິດລົງແຂ່ງຂັນເກມ ຢູໂຣປ້າລີກ ນັດຕົກຄ້າງ ພົບກັບ ພີເອັສວີ ໄອໂຮເຟັນ ຄືນວັນທີ 20 ຕຸລານີ້.

Photo: Crystal Palace Football Club

Leave a Reply

Your email address will not be published. Required fields are marked *