ການແຂ່ງຂັນບານເຕະ U15 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ, ນັດສຸດທ້າຍ ວັນທີ 26 ສິງຫາ 2022, ຫຼວງພະບາງ ເອົາຊະນະ ກອງທັບ 7-1, ຊ້າງນ້ອຍ ເອົາຊະນະ ມາສເຕີ້ ເຊເວັ້ນ 3-0, ເອສຣາ ແຊ້ມເກົ່າ ເອົາຊະນະ ວຽງຈັນ 5-0.
ສະຫຼຸບຕາຕະລາງຄະແນນ ອັນດັບ 1 ຫຼວງພະບາງ ແຂ່ງ 6 ນັດ ຊະນະ 4 ນັດ ສະເໝີ 2 ນັດ ມີ 14 ຄະແນນ, ອັນດັບ 2 ເອສຣາ ແຂ່ງ 6 ນັດ ຊະນະ 4 ນັດ ເສຍ 2 ນັດ ມີ 12 ຄະແນນ, ອັນດັບ 3 ຈໍາປາສັກ ແຂ່ງ 6 ນັດ ຊະນະ 3 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 11 ຄະແນນ, ອັນດັບ 4 ຊ້າງນ້ອຍ ແຂ່ງ 6 ນັດ ຊະນະ 3 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 11 ຄະແນນ ເຂົ້າຮອບ 4 ທີມສຸດທ້າຍ, ສ່ວນ ມາສເຕີ້ ເຊເວັ້ນ ແຂ່ງ 6 ນັດ ຊະນະ 3 ນັດ ເສຍ 3 ນັດ ມີ 9 ຄະແນນ, ວຽງຈັນ ແຂ່ງ 5 ນັດ ຊະນະ 1 ນັດ ເສຍ 4 ນັດ ມີ 3 ຄະແນນ ແລະ ກອງທັບ ແຂ່ງ 6 ນັດ ເສຍທັງ 6 ນັດ ມີຄະແນນ ຕົກຮອບ.
ສຳລັບຮອບ 4 ທີມສຸດທ້າຍ ປະກອບມີ: ເອສຣາ ແຊ້ມເກົ່າ, ຫຼວງພະບາງ, ຈຳປາສັກ ແລະ ຊ້າງນ້ອຍ ຈະມີການຈັບສະຫຼາກ ໃນວັນທີ 27 ສິງຫາ ແລະ ຈະແຂ່ງຂັນໃນວັນທີ 28 ສິງຫາ ເວລາ 17:00 ໂມງ ພ້ອມກັນທັງສອງຄູ່.
ການແຂ່ງຂັນບານເຕະ U15 ແມ່ນເອົາທີມອະຄາເດມີ່ຂອງທັງ 7 ສະໂມສອນທີ່ເຂົ້າຮ່ວມແຂ່ງຂັນໃນ ເປບຊີ ລາວລີກ 1 ປະຈຳປີ 2022 ມາແຂ່ງຂັນກັນແບບພົບກັນໝົດໃນຮອບດຽວ ໂດຍເອົາທີມທີ່ມີຄະແນນດີສຸດອັນດັບ 1-4 ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ, ທີມແຊ້ມຈະໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 15.000.000 ກີບ, ທີມຮອງແຊ້ມຮັບເງິນ 8.000.000 ກີບ ແລະ ອັນດັບ 3 ຮັບເງິນລາງວັນ 5.000.000 ກີບ, ນອກຈາກນີ້ກໍ່ມີ ລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຜູ້ຮັກສາປະຕູດີເດັ່ນ ແລະ ຄູຝຶກດີເດັ່ນ.
Photo: LFF U-15 Championship