ເພື່ອເປັນການພັດທະນາບຸກຄະລາກອນ ກໍຄືກຳມະການຕັດສິນບານເຕະຂອງ ສປປ ລາວ ຕອນເຊົ້າ ວັນທີ 18 ຕຸລາ 2022 ນີ້, ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ (ສຕລ), ສະຫະພັນບານເຕະນາໆຊາດ ຫລື FIFA ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ໄດ້ເປີດຝຶກອົບຮົມຍົກລະດັບກຳມະການຕັດສິນລະດັບສູງ (FIFA MA REFEREEING COURSE 2022) ໃຫ້ແກ່ກຳມະການລາວ ເຊິ່ງໃຫ້ກຽດກ່າວເປີດໂດຍ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າອະນຸກຳມະການຕັດສິນ ສຕລ, ມີ ທ່ານ ໂມຮາໝັດ ໂຣດຊາຣີ ບິນ ຢາຄັອບ (MOHAMAD RODZALI BIN YACOB) ຄູຝຶກຈາກ FIFA ພ້ອມດ້ວຍຄະນະທີ່ກ່ຽວຂ້ອງ ແລະ ສຳມະນາກອນ 37 ທ່ານ ໃນນັ້ນຜູ້ປະເມີນການຕັດສິນ 5 ທ່ານ, ກໍາມະການຕັດສິນ 32 ທ່ານ, ຍິງ 2 ທ່ານ ທີ່ມາຈາກນະຄອນຫລວງວຽງຈັນ ແລະ ຕ່າງແຂວງ 8 ທ່ານເຊັ່ນ: ແຂວງອຸດົມໄຊ, ວຽງຈັນ, ຄໍາມ່ວນ ແລະ ຈຳປາສັກ.
ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ, ໄດ້ລາຍງານກ່ຽວກັບການຝຶກອົບຮົມຄັ້ງນີ້ ແມ່ນໂຄງການປະຈຳປີຂອງສະຫະພັນບານເຕະນາໆຊາດ ທີ່ໃຫ້ການອຸປະຖໍາ ກໍຄືການໃຫ້ທຶນແກ່ບັນດາປະເທດສະມາຊິກໃນການຈັດຝຶກອົບຮົມ, ເພື່ອເປັນການຍົກລະດັບຄວາມຮູ້ ຄວາມສາມາດ ແລະ ພັດທະນາກຳມະການຕັດສິນຂອງລາວ ທັງດ້ານທິດສະດີ ແລະ ການປະຕິບັດຕົວຈິງ, ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກະຕິກາກິລາບານເຕະທີ່ມີການປັບປຸງໃຫມ່ ລະດູການ 2022-2023, ການຂຽນບົດລາຍງານຂອງຜູ້ປະເມີນກຳມະການຕັດສິນ ໃຫ້ຖືກຕ້ອງຕາມຫລັກການຂອງ FIFA ພ້ອມກັນນີ້ ຍັງເປັນການຄັດເລືອກກຳມະການຕັດສິນ ທີ່ຜ່ານມາດຖານເຂົ້າຮ່ວມຕັດສິນ ການແຂ່ງຂັນເຕະບານຍິງ-ຊາຍ ຊິງແຊ້ມທົ່ວປະເທດ ຫລື ບານເຕະແຫ່ງຊາດ ປະຈຳປີ 2022 ແລະ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນທ້າຍປີນີ້.
ໂອກາດດັ່ງກ່າວ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ໄດ້ກ່າວວ່າ: ໃນນາມສະຫະພັນບານເຕະແຫ່ງຊາດລາວ ຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ FIFA ທີ່ຍາມໃດກໍໄດ້ເອົາໃຈໃສ່ຊຸກຍູ້ຊ່ວຍເຫລືອ ສະຫະພັນບານເຕະແຫ່ງຊາດລາວຕະຫລອດມາ ກໍຄືຕໍ່ກຳມະການຕັດສິນລາວ, ພ້ອມເນັ້ນຢໍ້າໃຫ້ສຳມະກອນ ຈົ່ງຕັ້ງໃຈຮຽນຮູ້ ເພື່ອຍົກລະດັບຄວາມສາມາດຂອງຕົນເອງໃຫ້ສູງຂຶ້ນ ກາຍເປັນກຳມະການທີ່ເກັ່ງ, ມີມາດຖານຄົບຖ້ວນ ແລະ ກ້າວໄປສູ່ການເປັນຜູ້ຕັດສິນລະດັບພາກພື້ນ ແລະ ສາກົນ. ເຊິ່ງການຝຶກອົບຮົມດັ່ງກ່າວແມ່ນຈະໄດ້ໃຊ້ເວລາ 5 ວັນ, ວັນທີ 18-22 ຕຸລາ 2022.
ພາບ: LaoFF