ແບັກໄນອາ ແຊງ ແຊ້ມເກົ່າ ເປັນຜູ້ນຳຄະແນນລວມ ຫລັງຈົບສະໜາມທີ 18 MotoGP 2022

ການແຂ່ງຂັນລົດຈັກທາງລຽບ ຊິງແຊ້ມໂລກ ລາຍການ ໂມໂຕຈີພີ (MotoGP) ສະໜາມທີ 18 ປະຈຳປີ 2022 ລາຍການ ອັອສສະເຕຣລ້ຽນ ກຣັງປຣີ ທີ່ສະໜາມ Phillip Island Grand Prix Circuit, ປະເທດອົດສະຕຣາລີ ໃນທ້າຍອາທິດຜ່ານມາ ເຊິ່ງມີຄວາມຍາວຕໍ່ຮອບ 4.448 ແມັດ.

ປະກົດວ່າ: ອາເລັກ ຣິນ ນັກຂັບຊາວແອັສປາຍ ໄວ 26 ປີ ຈາກຄ້າຍຊູຊູກິ ອອກໂຕເປັນຄົນທີ 10 ແຕ່ຂັບລົດຄູ່ໃຈແຊງຄູ່ແຂ່ງເຂົ້າເສັ້ນໄຊເປັນຄົນທຳອິດ 27 ຮອບ ໃຊ້ເວລາ 40 ນາທີ 50.654 ວິນາທີ ເອົາຊະນະ ມາກ ມາຣເກັຊ ແຊ້ມໂລກ 6 ສະໄໝ ເພື່ອນຮ່ວມຊາດ ຈາກຄ້າຍຮອນດ້າ ພຽງສ້ຽວວິນາທີ 0.186, ອາເລັກ ຣິນ ໄດ້ແຊ້ມເປັນສະໜາມທຳອິດໃນປີນີ້ ແລະ ເປັນແຊ້ມ MotoGP ສະໜາມທີ 4 ໃນອາຊີບ ຕໍ່ຈາກປີ 2020.

ຂະນະທີ່ ຟຣານເຊັສໂກ້ ແບັກໄນອາ ນັກຂັບຊາວອີຕາລີ ຈາກຄ້າຍດູຄາຕິ ແຊ້ມ 6 ສະໜາມໃນປີນີ້ ຈົບອັນດັບທີ 3 ຕາມຫລັງແຊ້ມ 0.224 ວິນາທີ, ທາງດ້ານ ແຊ້ມເກົ່າ ຟາບີໂອ ກົວຕາຣາໂຣ້ ຊາວຝຣັ່ງ ຈາກຄ້າຍຢາມາຮ່າ ແຂ່ງບໍ່ຈົບ ລົດເກີດອຸບັດຕິເຫດໃນຮອບທີ 10.

ສະຫລຸບຄະແນນລວມນັກຂັບ ຜ່ານໄປ 18 ສະໜາມ ເຫລືອການແຂ່ງຂັນພຽງ 2 ສະໜາມສຸດທ້າຍ ຜູ້ນຳປ່ຽນມາເປັນ ຟຣານເຊັສໂກ້ ແບັກໄນອາ ແຊງແຊ້ມເກົ່າ ຟາບີໂອ ກົວຕາຣາໂຣ້ ຂຶ້ນມາ ມີ 233 ຄະແນນ, ນຳອັນດັບສອງ ກົວຕາຣາໂຣ້ 14 ຄະແນນ, ທີສາມ ອາເລັກ ເອັສປາກາໂຣ ມີ 206 ຄະແນນ.

ສ່ວນຄະແນນທີມຜູ້ສ້າງ ທີມນຳຍັງຄົງເປັນ ທີມດູຄາຕິ ມີ 407 ຄະແນນ, ທີສອງ ອາພຣີເລຍ ມີ 242 ຄະແນນ ແລະ ທີສາມ ຢາມາຮ່າ ມີ 227 ຄະແນນ.

ສະໜາມຕໍ່ໄປ ສະໜາມທີ 19 ລາຍການ ມາເລຊ້ຽນ ກຣັງປຣີ ທີ່ສະໜາມ Sepang International Circuit, ປະເທດມາເລເຊຍ ວັນທີ 21-23 ຕຸລານີ້.

Photo: MotoGP

Leave a Reply

Your email address will not be published. Required fields are marked *