ເຊີເບຍ ຂຶ້ນເປັນເບີ 1 ຂອງໂລກ ພາຍຫລັງຄອງແຊ້ມບານສົ່ງຍິງ ຊິງແຊ້ມໂລກ 2022

ການຈັດອັນດັບໂລກ ບານສົ່ງໃນຮົ່ມຍິງ ພາຍຫລັງຈົບການແຂ່ງຂັນ ຊິງແຊ້ມໂລກ FIVB Volleyball Women’s World Championship 2022 ທີ່ປະເທດເນເທີແລນ (ໂຮນລັງ) ແລະ ໂປແລນ (ໂປໂລຍ) ເປັນເຈົ້າພາບຮ່ວມກັນ ໃນທ້າຍອາທິດຜ່ານມາ, ປະກົດວ່າ: ເຊີເບຍ (ແຊັກບີ້) ຂຶ້ນເປັນເບີ 1 ຂອງໂລກ ພາຍຫລັງປ້ອງກັນແຊ້ມໄດ້ສຳເລັດ ໂດຍເອົາຊະນະ ເບຣຊິນ 3-0 ເຊັດ: 26–24, 25–22 ແລະ 25–17 ຄວ້າໄຊທຸກນັດໃນການແຂ່ງຂັນຄັ້ງນີ້ ລວມ 12 ນັດລວດ.

ແຊັກບີ້ ມີ 393 ຄະແນນ, ຂະນະທີ່ ເບຣຊິນ ຮອງແຊ້ມຕົກມາຢູ່ທີ 3 ຂອງໂລກ ມີ 381 ຄະແນນ, ສ່ວນ ອີຕາລີ ໄດ້ທີ 3 ລາຍການນີ້ ດ້ວຍການເອົາຊະນະ ສະຫະລັດ ອາເມຣິກາ 3-0 ເຊັດ ຢູ່ອັນດັບທີສອງຂອງໂລກ ມີ 391 ຄະແນນ ຕາມຫລັງ ແຊັກບີ້ ອັນດັບໜຶ່ງຂອງໂລກພຽງ 2 ຄະແນນ, ຂະນະທີ່ ທີ 4 ຂອງໂລກແມ່ນ ສະຫະລັດ ອາເມຣິກາ, ທີ 5 ສປ ຈີນ, ທີ 6 ຍີ່ປຸ່ນ, ທີ 7 ຕູຣາເຄຍ, ທີ 8 ຣັດເຊຍ, ທີ 9 ສາທາລະນະລັດ ໂດມີນີກັນ ແລະ ທີ 10 ໂປໂລຍ.

ສ່ວນ ທີມຊາຍ ອັນດັບ 1 ຂອງໂລກຍັງແມ່ນ ໂປໂລຍ ຮອງແຊ້ມໂລກຄັ້ງຫລ້າສຸດ, ຂະນະທີ່ ອີຕາລີ ແຊ້ມໂລກຄັ້ງຫລ້າສຸດ ຢູ່ທີ 2 ຂອງໂລກ, ທີ 3 ຝຣັ່ງ, ທີ 4 ເບຣຊິນ, ທີ 5 ຣັດເຊຍ, ທີ 6 ສະຫະລັດ ອາເມຣິກາ, ທີ 7 ຍີ່ປຸ່ນ, ທີ 8 ອາກຊັງຕິນ, ທີ 9 ສະໂລເວນີ້ ແລະ ທີ 10 ອີຣານ.

Photo: FIVB

Leave a Reply

Your email address will not be published. Required fields are marked *