ໝາກບານ ‘Hand of God’ ທີ່ ມາຣາໂດນ້າ ຍິງປະຕູໃນ ບານໂລກ 1986 ຄາດວ່າຈະປະມູນໄດ້ເຖິງ 2.5 – 3 ລ້ານປອນ!

ໝາກບານ ‘Hand of God’ ທີ່ ເດໂກ້ ມາຣາໂດນ້າ ຕຳນານກອງໜ້າທີມຊາດອາກຊັງຕິນ ຍິງປະຕູທີມຊາດອັງກິດດ້ວຍການໃຊ້ມືຊ່ວຍປັດບານເຂົ້າປະຕູ ໃນບານໂລກ ປີ 1986 ຢູ່ປະເທດເມັກຊິໂກ້ ຄາດວ່າຈະປະມູນໄດ້ເຖິງ 2.5 – 3 ລ້ານປອນ.

ອາລີ ບິນ ນາສເຊີ ຜູ້ຕັດສິນຊາວຕູນີເຊຍ (ຕູນີຊີ້) ໃນນັດນີ້ ກ່າວວ່າ: ” ໝາກບານໜ່ວຍນີ້ ຄືສ່ວນໜຶ່ງໃນປະຫວັດສາດຂອງວົງການບານເຕະໂລກ ແລະ ເປັນເວລາທີ່ເໝາະສົມທີ່ຈະແບ່ງປັນໃຫ້ໂລກໄດ້ຮັບຮູ້ ”

ສຳລັບຈັງຫວະທີ່ ມາຣາໂດນ້າ ໃຊ້ມືຊ່ວຍຍິງປະຕູຄັ້ງນີ້ ຈົນທົ່ວໂລກໃສ່ຊື່ວ່າ: ‘Hand of God’ ແມ່ນເກີດຂຶ້ນໃນຮອບ 8 ທີມສຸດທ້າຍ ບານໂລກ ປີ 1986 ທີ່ປະເທດເມັກຊິໂກ້ ເປັນເຈົ້າພາບ ເຊິ່ງຜູ້ຕັດສິນເບິ່ງບໍ່ທັນ ແລະ ນັດນີ້ ມາຣາໂດນ້າ ຍິງສອງປະຕູຊາວທັບຟ້າຂາວ ເອົາຊະນະ ທີມຊາດອັງກິດ 2-1 ແລະ ກ້າວໄປສູ່ການເປັນແຊ້ມ ດ້ວຍການຊະນະ ເຢຍລະມັນ ຕາເວັນຕົກ 3-2.

ເຊິ່ງໝາກບານໜ່ວຍນີ້ ຈະເລີ່ມປະມູນທາງອອນລາຍໃນວັນທີ 28 ຕຸລາທີ່ຈະມາເຖິງນີ້ ຈົນໄປເຖິງວັນທີ 16 ມິຖຸນາ 2022 ເປັນໜຶ່ງໃນກິດຈະກຳພິເສດ ບານໂລກ 2022 ທີ່ກາຕ້າ.

ກ່ອນໜ້ານີ້ ເມື່ອເດືອນພຶດສະພາຜ່ານມາ ເສື້ອແຂ່ງຂອງ ເດໂກ້ ມາຣາໂດນ້າ ໃນການສ້າງປະກົດການ ‘Hand of God’ ຄັ້ງນີ້ ສາມາດປະມູນໄດ້ເຖິງ 7.4 ລ້ານປອນ ແພງສຸດອັນດັບສາມຂອງໂລກ. ເຖິງວ່າ ເດໂກ້ ມາຣາໂດນ້າ ໄດ້ຈາກໂລກນີ້ໄປ ເມື່ອວັນທີ 25 ພະຈິກ 2020 ໃນໄວ 60 ປີ ແຕ່ຄຸນງາມຄວາມດີ ແລະ ຫລາຍເຫດການປະຫວັດສາດຂອງ ເສືອເຕ້ຍ ຍັງຄົງຈາລຶກບັນທຶກໄວ້ໃນຄວາມຊົງຈຳຕະຫລອດໄປ.

Leave a Reply

Your email address will not be published. Required fields are marked *