ການແຂ່ງຂັນເຕະບານຍິງ-ຊາຍ ຊິງແຊ້ມທົ່ວປະເທດ ຫລື ບານເຕະແຫ່ງຊາດ ປະຈຳປີ 2022 ປະຈຸບັນສະເພາະເຕະບານຍິງ ທີ່ມີ 9 ແຂວງເຂົ້າຮ່ວມ ແຂ່ງຂັນທີ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມໃນ ແລະ ສະໜາມນອກ ໄດ້ສຳເລັດການແຂ່ງຂັນຮອບແບ່ງສາຍໃນວັນທີ 17 ຕຸລາຜ່ານມາ, ປະກົດວ່າ: ນະຄອນຫລວງວຽງຈັນ ແຊ້ມເກົ່າ ຜົນງານດີ ຊະນະ 4 ນັດລວດ ໂດຍບໍ່ເສຍປະຕູ ຊະນະ ຫລວງພະບາງ 5-0, ຊະນະ ຈຳປາສັກ 1-0, ຊະນະ ແຂວງວຽງຈັນ 7-0 ແລະ ຊະນະ ໄຊຍະບູລີ 2-0 ຄວ້າອັນດັບໜຶ່ງຂອງ ສາຍ ກ ເຂົ້າຮອບ 4 ທີມສຸດທ້າຍໄປພົບກັບ ແຂວງອຸດົມໄຊ ທີສອງຂອງ ສາຍ ຂ ທີ່ແຂ່ງ 3 ນັດ ຊະນະ 1 ສະເໝີ 2.
ສ່ວນທີໜຶ່ງຂອງ ສາຍ ຂ ແມ່ນແຂວງຊຽງຂວາງ ຮອງແຊ້ມຄັ້ງຜ່ານມາ ແຂ່ງ 3 ນັດ ຊະນະ 2 ສະເໝີ 1 ຮອບ 4 ທີມສຸດທ້າຍໄປພົບກັບ ແຂວງຈຳປາສັກ ທີສອງຂອງ ສາຍ ກ ທີ່ແຂ່ງ 4 ນັດ ຊະນະ 3 ເສຍ 1 ໂດຍຮອບ 4 ທີມສຸດທ້າຍ ຈະແຂ່ງຂັນໃນວັນທີ 19 ຕຸລານີ້ ທີ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມໃນ ຄູ່ທີໜຶ່ງ ເວລາ 16:00 ນະຄອນຫລວງວຽງຈັນ ແຊ້ມເກົ່າ ພົບ ແຂວງອຸດົມໄຊ ແລະ ຄູ່ທີສອງ ເວລາ 18:30 ແຂວງຊຽງຂວາງ ຮອງແຊ້ມຄັ້ງຜ່ານມາ ພົບກັບ ແຂວງຈຳປາສັກ.
ຂະນະທີ່ ເຕະບານຊາຍ ມີ 16 ທີມເຂົ້າຮ່ວມ ແບ່ງອອກເປັນ 4 ສາຍ, ສາຍລະ 4 ທີມ ຈະແຂ່ງຂັນວັນທີ 31 ຕຸລາ ຫາວັນທີ 12 ພະຈິກ 2022 ນີ້, ທີ່ນະຄອນຫລວງວຽງຈັນ ຢູ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມໃນ ແລະ ນອກ, ສະໜາມກິລາກອງທັບ ຫລັກ 5, ເດີ່ນຫ້ວຍຫົງ ສະຫະພັນບານເຕະແຫ່ງຊາດ.
ພາບ: LaoFF