ຄາຣິມ ເບັນເຊມ້າ ສູນໜ້າທີມຊາດຝຣັ່ງ ໄວ 34 ປີ ຂອງສະໂມສອນ ຣຽວ ມາດຣິດ ຄວ້າລາງວັນ ບັນລົງດໍຣ ນັກເຕະບານຊາຍດີເດັ່ນລະດັບໂລກ ປະຈຳປີ 2022 ຈາກການຈັດຂອງວາລະສານ ຟຣອງ ຟຸດບໍລ ວາລະສານບານເຕະຊື່ດັງລະດັບໂລກ, ເອົາຊະນະ ຊາດີໂອ ມາເນ່ ສູນໜ້າທີມຊາດເຊເນການຈາກ ບາເຢິນ ມິວນິກ ເຊິ່ງນັບຜົນງານກັບສັງກັດເກົ່າ ລີເວີພູລ ແລະ ເຄວິນ ເດີ ບຣອຍ ກອງກາງທີມຊາດເບວຢ້ຽມ (ແບນຊິກ) ຈາກແມນເຊັສເຕີ ຊິຕີ້.
ນີ້ເປັນຄັ້ງທຳອິດທີ່ ເບັນເຊມ້າ ໄດ້ຮັບລາງວັນນີ້ ແລະ ເປັນຊາວຝຣັ່ງຄົນທີ 4 ຕໍ່ຈາກ ເຣມ້ອນ ໂຄປ້າ ປີ 1958, ມິເຊວ ປາຕີນີ້ ປີ 1983, 1984, 1985 ແລະ ຊີເນດິນ ຊີດານ ປີ 1998.
ລະດູການຜ່ານມາ ເບັນເຊມ້າ ສະແດງຜົນງານເດັ່ນສຸດໃນອາຊີບ ຍິງ 44 ປະຕູ ຈາກ 46 ນັດ ລວມທຸກລາຍການ ຊ່ວຍຕົ້ນສັງກັດ ຣຽວ ມາດຣິດ ພິຊິດແຊ້ມ ລາລີກ້າ, ຊຸບເປີຄັບ ແອັສປາຍ, ຢູຟ້າ ແຊ້ມປ້ຽນລີກ ແລະ ຢູຟ້າ ຊຸບເປີຄັບ ພ້ອມກັນນີ້ ກໍໄດ້ລາງວັນດາວຍິງສູງສຸດຂອງ ລາລີກ້າ, ຢູຟ້າ ແຊ້ມປ້ຽນລີກ ລວມທັງລາງວັນນັກເຕະດີເດັ່ນຂອງ ແຊ້ມປ້ຽນລີກ, ຂອງສະຫະພັນບານເຕະເອີຣົບ ແລະ ລາງວັນອື່ນໆ.
ຂະນະທີ່ ລາງວັນນັກເຕະບານຍິງດີເດັ່ນເປັນຂອງ ອາເລເຊຍ ປູເຕຢາສ ກອງກາງ ໄວ 28 ປີ ຊາວແອັສປາຍ ຈາກສະໂມສອນ ບາຣເຊໂລນ້າ ໄດ້ລາງວັນນີ້ 2 ປີຕິດຕໍ່ກັນ.
ສ່ວນລາງວັນນັກເຕະດາວເດັ່ນເພດຊາຍ ອາຍຸບໍ່ເກີນ 21 ປີ ຫລື Kopa Trophy ເປັນຂອງ ກາບີ້ ກອງກາງຊາວແອັສປາຍຈາກ ບາຣເຊໂລນ້າ, ລາງວັນຜູ້ຮັກສາປະຕູດີເດັ່ນ ຫລື Yashin Trophy ເປັນຂອງ ຕີໂບ ກູຕົວ ຊາວແບນຊິກຈາກ ຣຽວ ມາດຣິດ.
ລາງວັນກອງໜ້າດີເດັ່ນ ຫລື Gerd Müller Trophy ເປັນລາງວັນໃໝ່ ໄດ້ແກ່: ໂຣເບີດ ເລວານດັອຟສະກີ້ ລະດູການຜ່ານມາ ຍິງ 57 ປະຕູ ກັບ ບາເຢິນ ມິວນິກ ແລະ ທີມຊາດໂປໂລຍ. ສ່ວນອີກໜຶ່ງລາງວັນໃໝ່ ນັກກິລາມີຜົນງານດີເດັ່ນໃນການຊ່ວຍເຫລືອສັງຄົມ ດ້ານມະນຸດສະທຳ ຫລື Socrates Award ໄດ້ແກ່: ຊາດີໂອ ມາເນ່, ຂະນະທີ່ ລາງວັນສະໂມສອນດີເດັ່ນເປັນຂອງ ແມນເຊັສເຕີ ຊິຕີ້.
Photo: Ballondor