ການແຂ່ງຂັນບານສົ່ງໃນຮົ່ມຍິງ ຊິງແຊ້ມໂລກ FIVB Volleyball Women’s World Championship 2022 ທີ່ປະເທດເນເທີແລນ (ໂຮນລັງ) ແລະ ໂປແລນ (ໂປໂລຍ) ເປັນເຈົ້າພາບຮ່ວມກັນ ຮອບຊິງຊະນະເລີດໃນທ້າຍອາທິດຜ່ານມາ, ເຊີເບຍ (ແຊັກບີ້) ແຊ້ມເກົ່າ ຍັງຟອມເດັ່ນຕໍ່ເນື່ອງ ເອົາຊະນະ ເບຣຊິນ 3-0 ເຊັດ: 26–24, 25–22 ແລະ 25–17 ຄວ້າໄຊທຸກນັດໃນການແຂ່ງຂັນຄັ້ງນີ້ ລວມ 12 ນັດລວດ.
ແຊັກບີ້ ກາຍເປັນທີມທີ 5 ທີ່ສາມາດປ້ອງກັນແຊ້ມລາຍການນີ້ ຕໍ່ຈາກ ຍີ່ປຸ່ນ, ສປ ຈີນ, ກູບ້າ, ອະດີດສະຫະພາບໂຊວຽດ ລວມທັງການປ່ຽນມາເປັນ ຣັດເຊຍ ກໍເຄີຍປ້ອງກັນແຊ້ມໄດ້, ຂະນະທີ່ ເບຣຊິນ ໄດ້ຮອງແຊ້ມເປັນຄັ້ງທີ 4 ຕໍ່ຈາກປີ 2010, ສ່ວນ ຄູ່ຊິງທີ 3 ອີຕາລີ ເອົາຊະນະ ສະຫະລັດ ອາເມຣິກາ 3-0 ເຊັດ.
ສະຫລຸບລາງວັນອື່ນໆທີ່ໜ້າສົນໃຈ: ນັກກິລາດີເດັ່ນ ຫລື MVP ເປັນຂອງ ທີຈານ້າ ບັອສໂຄວິກ ຈາກແຊັກບີ້, ເຊັດເຕີ ດີເດັ່ນ ໂບຈານ້າ ເດີຊາ ຈາກແຊັກບີ້, ລີເບີໂຣ້ ດີເດັ່ນ: ທີໂອໂດຣ້າ ປູຊິກ ຈາກແຊັກບີ້, ບັອກ ດີເດັ່ນ: ອານາ ຄາໂລຣີນ້າ ດາ ຊິນວາ ຈາກເບຣຊິນ ແລະ ແອນນ້າ ດາເນຊີ້ ຈາກອີຕາລີ, ສ່ວນລາງວັນ ຕົວຕົບວົງນອກ ດີເດັ່ນ: ມີຣ້ຽມ ຊິວລ້າ ຈາກອີຕາລີ ແລະ ກາເບວລ້າ ກຸຍມາຣັຊ ຈາກເບຮຊິນ, ຂະນະທີ່ ລາງວັນ ຕົວຕົບວົງນໃນ ດີເດັ່ນ ໄດ້ແກ່: ທີຈານ້າ ບັອສໂຄວິກ ຈາກແຊັກບີ້ ຄວບລາງວັນ MVP.
Photo: FIVB