ສະຫະພັນມວຍລາວແຫ່ງຊາດລາວ ຮ່ວມກັບ ບໍລິສັດ ຄິງເບເວີເລດ ຈໍາກັດ ເປີດກອງປະຊຸມປືກສາຫາລື ໃນການກະກຽມຈັດການແຂ່ງຂັນ ມວຍລາວ ທົ່ວປະເທດ ໂດຍການເປັນປະທານຂອງທ່ານ ສາຍສະໝອນ ໄຊຍະສອນ, ປະທານ ສະຫະພັນມວຍລາວແຫ່ງຊາດລາວ, ທັງເປັນປະທານສະຫະພັນມວຍໂລກ ແລະ ທ່ານ ສໍຣາວິດ ໄມມາຕີ ປະທານ ບໍລິສັດ ຄິງເບເວີເລດ ຈໍາກັດ.
ທີ່ປະຊຸມ ໄດ້ປຶກສາຫາລຶກັນ ໃນການຕັ້ງຊື່ລາຍການແຂ່ງຂັນ, ກໍານົດເອົາສະຖານທີ່ຈັດການແຂ່ງຂັນ ແລະ ກໍານົດເອົານັກມວຍ ທີ່ຈະມາຮ່ວມຄັ້ງນີ້ ໂດຍຜ່ານການປືກສາຫາລື ແລະ ໄດ້ຕົກລົງເຫັນດີໃສ່ຊື່ ລາຍການແຂ່ງຂັນວ່າ ” ສຸດຍອດມວຍລາວ ຫຼື ໃສ່ຊື່ຕາມຜູ້ໃຫ້ການອຸປະຖໍາຄື: ” Super Muay Lao Maxking ”
ລາຍການນີ້ ໄດ້ຮັບການອຸປະຖໍາຫຼັກໂດຍ ເຄື່ອງດື່ມຊູກໍາລັງ ແມັກຄິ້ງ (Maxking) ທີ່ນໍາເຂົ້າ ແລະ ຈັດຈໍາໜ່າຍໂດຍ ບໍລີສັດ ຄິງເບເວີເລດ ຈໍາກັດ, ສ່ວນລາຍລະອຽດການກໍານົດວັນເວລາ ແລະ ສະຖານທີ່ແຂ່ງຂັນ ແລະ ການອຸປະກໍາຕ່າງໆ ທາງສະຫະພັນມວຍລາວແຫ່ງຊາດລາວ ຈະມີພິທີການຖະແຫຼງຂ່າວໃຫ້ຮູ້ຕື່ມອີກໃນໄວໆນີ້.
ນອກຈາກການແຂ່ງຂັນລາຍການນີ້ ສະຫະພັນມວຍລາວແຫ່ງຊາດລາວ ຮ່ວມກັບຜູ້ສະໜັບສະໜູນ ຍັງຈະມີເວທີມວຍສັນຈອນ ຈັດການແຂ່ງຂັນທົ່ວປະເທດຕື່ມອີກ ເຊິ່ງ ທ່ານ ສໍຣາວິດ ໄມມາຕີ ປະທານ ບໍລິສັດ ຄິງເບເວີເລດ ຈໍາກັດ ໄດ້ແຈ້ງເຈດຈໍານົງວ່າ: ງານມະຫາກໍາກິລາແຫ່ງຊາດລາວ ຄັ້ງທີ XI ທີ່ແຂວງຊຽງຂວາງ ທ້າຍປີນີ້ ທາງບໍລິສັດຈະໃຫ້ການອຸປະຖໍາເຄື່ອງດື່ມ ຊູກໍາລັງ ແມັກຄິ້ງ ໃຫ້ແກ່ນັກມວຍລາວທຸກແຂວງ ທີ່ມາຮ່ວມການແຂ່ງຂັນເທື່ອນີ້.