ການແຂ່ງຂັນກິລາຢູໂດ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 11 ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເມື່ອວັນທີ 15-16 ຕຸລາ 2022 ຜ່ານມາ, ທີ່ສູນບູໂດ້ ລາວ-ຍີ່ປຸ່ນ ນະຄອນຫລວງວຽງຈັນ ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ຂັນທະລີ ສິລິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍປະທານສະຫະພັນຢູໂດ້ແຫ່ງຊາດ, ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ແລະ ຜູ້ໃຫ້ການສະໜັບສະໜູນ.
ການແຂ່ງຂັນຄັ້ງນີ້ ກັບມາອີກຄັ້ງໃນຮອບ 2 ປີ ພາຍຫລັງສະພາບການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ ທັງນີ້ ກໍເພື່ອສືບຕໍ່ສ້າງໂອກາດໃຫ້ນັກກິລາໄດ້ເຄື່ອນໄຫວຝຶກແອບແຂ່ງຂັນ ທົດສອບຄວາມສາມາດຢ່າງຕໍ່ເນື່ອງ ແນ່ໃສ່ກຽມຄວາມພ້ອມສູ່ກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນທ້າຍປີນີ້ ພ້ອມກັນນີ້ ກໍເປັນການຄັດເລືອກນັກກິລາດີເດັ່ນ ເປັນຕົວແທນທີມຊາດລາວ ກຽມຮ່ວມງານຕ່າງໆໃນພາກພື້ນ ແລະ ສາກົນ ໂດຍສະເພາະ ຊີເກມ ຄັ້ງທີ 31 ທີ່ກຳປູເຈຍ ໃນເດືອນພຶດສະພາ ປີ 2023 ແລະ ເອຊຽນເກມ ທີ່ຫາງໂຈວ່ ປະເທດຈີນ ໃນເດືອນກັນຍາ ປີ 2023.
ການແຂ່ງຂັນເທື່ອນີ້ ມີນັກກິລາເຂົ້າຮ່ວມ 121 ຄົນ, ຍິງ 33 ຄົນ ທີ່ມາຈາກສະໂມສອນຕ່າງໆໃນນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ ແລະ ປະເທດໄທ ຈຳນວນໜຶ່ງ ລວມ 16 ທີມ ແບ່ງເປັນ 30 ຮຸ່ນເຊັ່ນ: ປະເພດອະນຸຊົນ ຕໍ່າກ່ວາ 12 ປີ ມີ: 6 ຮຸ່ນ, ປະເພດເຍົາວະຊົນ ອາຍຸ 13-15 ປີ ມີ: 10 ຮຸ່ນ, ປະເພດເຍົາວະຊົນ ອາຍຸ 16-20 ປີ ມີ: 12 ຮຸ່ນ ແລະ ປະເພດທົ່ວໄປ ອາຍຸ 21 ປີ ຂຶ້ນໄປ: 13 ຮຸ່ນ. ນອກຈາກນັ້ນ, ຍັງມີການຊີງຂັນຊະນະເລີດ ໃນປະເພດຕ່າງໆ ເປັນຕົ້ນແມ່ນຂັນປະເພດທີມຄະແນນລວມ ຊີງຂັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ຂັນປະເພດທີມຊະນະເລີດ ຊີງຂັນປະທານສະຫະພັນກິລາຢູໂດ້ແຫ່ງຊາດ ພ້ອມດ້ວຍຂັນລາງວັນປະເພດນັກກິລາດີເດັ່ນໃນແຕ່ລະຮຸ່ນອາຍຸ.
ຜ່ານການແຂ່ງຂັນ ສະໂມສອນຢູໂດ້ ວຽງຈັນ A ແຊ້ມເກົ່າ ເພີ່ມສະຖິຕິຄອງແຊ້ມ ຢູໂດ້ ທົ່ວປະເທດ ເປັນສະໄໝທີ 11 ຕິດຕໍ່ກັນ ໄດ້ທັງໝົດ 6 ຫລຽນຄຳ 11 ຫລຽນເງິນ ແລະ 3 ຫລຽນທອງ ລວມ 20 ຫລຽນ ຄອງຂັນຊະນະເລີດ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທີ 2 ແຂວງສະຫວັນນະເຂດ ໄດ້ 6 ຫລຽນຄຳ 6 ຫລຽນເງິນ 4 ຫລຽນທອງ, ທີ 3 ສະຖາບັນກິລາ-ກາຍະກຳ ໄດ້ 5 ຫລຽນຄຳ 2 ຫລຽນເງິນ 8 ຫລຽນທອງ.
ຂະນະທີ່ ຊະນະເລີດປະເພດທີມໄດ້ແກ່ ສະໂມສອນ ອີປົ້ງ ໄດ້ຮັບຂັນປະທານສະຫະພັນກິລາຢູໂດ້ແຫ່ງຊາດ, ທີ 2 ສະໂມສອນ ວຽງຈັນ A ແລະ ທີ 3 ສະໂມສອນ ພູເກັດ ຈາກປະເທດໄທ.