ເອວ ຄລາຊິໂກ້ ຄັ້ງທີ 250 ຣຽວ ມາດຣິດ ປາບ ບາຣຊ້າ 3-1 ແຊງຂຶ້ນນຳ ລາລີກ້າ!!

ເຕະບານ ລາລີກ້າ ແອັສປາຍ El Clasico ຄັ້ງທີ 250 ຄືນວັນທີ 16 ຕຸລາຜ່ານມາ ຣາຊາຊຸດຂາວ ຣຽວ ມາດຮິດ ແຊ້ມເກົ່າ ທັງເປັນແຊ້ມສູງສຸດ 35 ສະໄໝ ເປີດບ້ານປາບ ບາຣເຊໂລນ້າ 3-1 ມາດຣິດ ນຳກ່ອນສອງປະຕູຈາກ ຄາຣິມ ເບັນເຊມ້າ ນາທີ 12′ ແລະ ເຟເດຣິໂກ້ ເບົາເບເດ້ ນາທີ 35′, ເຄິ່ງຫລັງ ບາຣຊ້າ ຮຶດສູ້ຍິງໄລ່ມາຈາກຕົວສຳຮອງ ເຟຣັນ ຕໍເຣັສ ນາທີ 83′ ແຕ່ໄລຍະຕໍ່ເວລາບາດເຈັບ ມາດຣິດ ມາໄດ້ປະຕູປິດທ້າຍຈາກການສັງຫານຈຸດໂທດຂອງຕົວສຳຮອງ ໂຣດຣີໂກ້ ນາທີ 90’+1′ ຈົບເກມ ມາດຣິດ ຊະນະ ບາຣຊ້າ 3-1 ມອບຄຳວ່າເສຍນັດທຳອິດໃຫ້ ບາຣຊ້າ ໃນລີກລະດູການນີ້, ສ່ວນ ມາດຣິດ ເປັນທີມດຽວ ຍັງບໍ່ເສຍໃນລະດູການນີ້.

+ ມາດຣິດ ເພີ່ມສະຖິຕິ ຊະນະ ບາຣຊ້າ ນັດທີ 101 ບາຣຊ້າ ຊະນະ 97 ແລະ ສະເໝີກັນ 52 ຄັ້ງ.

ຕາຕະລາງຄະແນນຂະນະນີ້ ມາດຣິດ ແຊງ ບາຣຊ້າ ຂຶ້ນມາເປັນທີມນຳ ມີ 25 ຄະແນນຈາກ 9 ນັດ ນຳ ບາຣຊ້າ ອັນດັບສອງ  3 ຄະແນນ, ນັດຕໍ່ໄປ ຣຽວ ມາດຣິດ ຈະໄປຢາມ ເອວເຊ້ ນັດກາງອາທິດ ໃນຄືນວັນທີ 19 ຕຸລາ, ຂະນະທີ່ ບາຣຊ້າຈະເປີດບ້ານພົບກັບ ບີຢາຣຽວ ຄືນວັນທີ 20 ຕຸລາ.

Photo: Real Madrid C.F

Leave a Reply

Your email address will not be published. Required fields are marked *