ບໍລິສັດ ເບຍລາວ ຈຳກັດ ເຊັນສັນຍາມອບເງິນສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ ໃນການຈັດການແຂ່ງຂັນເຕະບານຍິງ-ຊາຍ ຊິງແຊ້ມທົ່ວປະເທດ ຫລື ບານເຕະແຫ່ງຊາດ ປະຈຳປີ 2022 ຈຳນວນ 1 ຕື້ 330 ລ້ານກີບ, ຮ່ວມລົງນາມໂດຍ ທ່ານ ເຮັນຣິກ ແອນເດີເຊັນ ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ, ມີພະນັກງານພະນັກງານຂອງທັງສອງພາກສ່ວນ ແລະ ສື່ມວນຊົນ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ເຮັນຣິກ ແອນເດີເຊັນ ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ກ່າວພູມໃຈ ແລະ ຍິນດີເປັນຢ່າງຍິ່ງ ທີ່ໄດ້ຮ່ວມສົ່ງເສີມ ສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ ກໍຄືນັກກິລາເຕະບານລາວ ເພາະກິລາບານເຕະ ເປັນກິລາຍອດນິຍົມ ແລະ ມີຜົນຕອບຮັບທີ່ດີຈາກມວນຊົນ, ທາງບໍລິສັດມີຄວາມເຊື່ອໝັ້ນໃນແຜນການພັດທະນາບານເຕະຂອງສະຫະພັນບານເຕະແຫ່ງຊາດລາວ ແລະ ສືບຕໍ່ໃຫ້ການສະໜັບສະໜູນຕໍ່ໄປ.
ຂະນະທີ່ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວຂອບໃຈເປັນຢ່າງຍິ່ງ ທີ່ບໍລິສັດ ເບຍລາວ ຈຳກັດ ຍາມໃດກໍໃຫ້ການຊຸກຍູ້ ສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ ກໍຄືນັກກິລາເຕະບານລາວຕະຫລອດມາ ແລະ ຫວັງວ່າ: ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມພັດທະນາວົງການກິລາບານເຕະລາວຕໍ່ໆໄປ.
ສຳລັບການແຂ່ງເຕະບານຍິງ-ຊາຍ ຊິງແຊ້ມທົ່ວປະເທດ ຫລື ບານເຕະແຫ່ງຊາດ ປີນີ້ ມີທັງໝົດ 25 ທີມເຂົ້າຮ່ວມ, ໃນນີ້ ທີມຍິງ 9 ທີມ ແລະ ທີມຊາຍ 16 ທີມ ທີ່ມາຈາກບັນດາແຂວງຕ່າງໆໃນທົ່ວປະເທດ. ປະຈຸບັນ ກຳລັງທຳການແຂ່ງຂັນທີມຍິງ ເລີ່ມມາແຕ່ວັນທີ 9 ຕຸລານີ້ ແລະ ຈະສຳເລັດໃນວັນທີ 21 ຕຸລາທີ່ຈະມາເຖິງນີ້, ຂະນະທີ່ ທີມຊາຍ ຈະແຂ່ງຂັນໃນວັນທີ 31 ຕຸລາ ຫາວັນທີ 12 ພະຈິກ 2022 ນີ້.
ພາບ: LFF National Football Championship