ນັກກິລາເທັນນິສລາວ ເຂົ້າຮ່ວມ ເທັນນິສທີມຊາຍ ຊິງແຊ້ມໂລກ ຫລື Davis Cup ຄັ້ງທຳອິດ

ສະຫະພັນກິລາເທັນນິສແຫ່ງຊາດລາວ ສົ່ງຄະນະນັກກິລາຈຳນວນ 6 ຄົນ ເຂົ້າຮ່ວມ ເທັນນິສທີມຊາຍ ຊິງແຊ້ມໂລກ ຫລື Davis Cup ຄັ້ງທຳອິດ, ເຊິ່ງຄະນະນັກກິລາເທັນນິສລາວຊຸດນີ້ ນຳໂດຍ: ທ່ານ ວົງສະຫວັດ ຈັນສົມພູ ຫົວໜ້າທີມ, ພ້ອມດ້ວຍຄູຝຶກຊາວສິງກະໂປ ທ່ານ ອາລັນ ວ໋ອງ ແລະ ນັກກິລາ 4 ຄົນຄື: ວິທະຍາ ຣາຊາວະດີ, ສະຖາພອນ ສິມມາລາວົງ, ສົມພອນ ຊົງວິໄລ ແລະ ໄຊສະຫວັດ ຈັນສົມພູ.

ໂອກາດດັ່ງກ່າວ ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວ ໄດ້ມອບເງິນສະໜັບສະໜູນໃຫ້ແກ່ຄະນະນັກກິລາທຸກຄົນ ເພື່ອເປັນກຳລັງໃຈໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ເຊິ່ງເປັນຄັ້ງປະຫວັດສາດ ທີ່ນັກກິລາເທັນນິສລາວ ໄດ້ເຂົ້າຮ່ວມ Davis Cup.

ສ່ວນ ທ່ານ ວົງສະຫວັດ ຈັນສົມພູ ຫົວໜ້າທີມຊາດລາວຊຸດນີ້ ໄດ້ໃຫ້ຮູ້ວ່າ: ຄະນະນັກກິລາລາວທຸກຄົນ ແມ່ນມີຄວາມພ້ອມເຕັມຮ້ອຍ ທັງພະລະກຳລັງ ແລະ ຈິດໃຈ ພ້ອມສູ້ຊົນສ້າງຜົນງານໃຫ້ດີທີ່ສຸດ ເພື່ອເກັບຄະແນນອັນດັບໂລກທີ່ດີກັບມາ.

ທາງດ້ານ ນັກກິລາ ກໍສະແດງຄວາມດີໃຈ ທີ່ໄດ້ເປັນຕົວແທນຂອງທີມຊາດລາວ ເຂົ້າຮ່ວມລາຍການນີ້ຄັ້ງທຳອິດ ຈະພະຍາຍາມສູ້ສຸດຄວາມສາມາດ ເພື່ອຍາດແຍ່ງຜົນງານໃຫ້ດີທີ່ສຸດ.

ການແຂ່ງຂັນເທັນນິສ ທີມຊາຍຊິງແຊ້ມໂລກ ຫລື Davis Cup ແມ່ນມີມາແຕ່ປີ 1900 ໂດຍມີການຈັດລະດັບແຂ່ງຂັນໃນແຕ່ລະຂົງເຂດ ຕາມຜົນງານອັນດັບໂລກ ຫລື Ranking ຂອງແຕ່ລະຊາດ ເພື່ອຄັດເຂົ້າສູ່ຮອບສຸດທ້າຍ ຫລື ລະດັບສູງສຸດ.

ສຳລັບ ເທັນນິສ ທີມຊາດລາວ ໃນຖານະເປັນນ້ອງໃໝ່ ໄດ້ແຂ່ງຂັນໃນຂົງເຂດອາຊີ-ໂອຊີເນຍ ຢູ່ລະດັບກຸ່ມທີ 4 ຂອງຂົງເຂດ ເຊິ່ງມີ 17 ທີມ, ແບ່ງການແຂ່ງຂັນອອກເປັນ 2 ສ່ວນ, ທີມຊາດລາວ ຢູ່ສ່ວນທີ 2 ປະກອບມີ 9 ທີມຄື: ເຕີກເມນິສຖານ, ຄູເວດ, ກຳປູເຈຍ, ເກາະກວມ, ມົງໂກລີ, ສິງກະໂປ, ບູຖານ ແລະ ບາເຣນ ເຈົ້າພາບ.

ສ່ວນຮູບແບບການແຂ່ງຂັນຈະແບ່ງເປັນ 2 ກຸ່ມ ແຂ່ງພົບກັນໝົດໃນກຸ່ມ ແບບດີສຸດ 2 ໃນ 3 ຄູ່ຄື: ດ່ຽວ ມື 1 ມື 2 ແລະ ຄູ່ຊາຍ, ແລ້ວຄັດເອົາທີ 1 ຂອງສອງກຸ່ມ ມາພົບກັນໃນຮອບເພອັອຟ ເພື່ອເອົາທີມຊະນະ ເລື່ອນຊັ້ນສູ່ກຸ່ມທີ 3 ຂອງຂົງເຂດ ແລະ ຄ່ອຍໄຕ່ເຕົ້າໄປສູ່ລະດັບສູງສຸດ ຫລື World Group Finals ເພື່ອລຸ້ນຊິງຂັນແຊ້ມ, ສ່ວນທີມທີ່ບໍ່ຕິດອັນດັບ 1 ຂອງກຸ່ມໃນຂົງເຂດອາຊີ-ໂອຊີເນຍ ໄປແຂ່ງຂັນຈັດອັນດັບ ເກັບຄະແນນອັນດັບໂລກ ໂດຍຈະແຂ່ງຂັນໃນລະຫວ່າງວັນທີ 17-22 ຕຸລາ 2022.

ການແຂ່ງຂັນຄັ້ງນີ້ ຖືວ່າເປັນໂອກາດທີ່ດີຂອງວົງການເທັນນິສລາວ ກໍຄື: ນັກກິລາເທັນນິສລາວ ຈະໄດ້ພົບກັບປະສົບການ ແລະ ບົດຮຽນອັນໃໝ່ ເພື່ອຍົກລະດັບສີມື, ທັກສະ ຄວາມສາມາດ ໄປເທື່ອລະກ້າວ.

ພາບ: ໜັງສືພິມສຶກສາ-ກິລາລາຍວັນ

Leave a Reply

Your email address will not be published. Required fields are marked *