ກິດຈະກຳຍ່າງເພື່ອສຸຂະພາບ ສະເຫລີມສະຫລອງ ວັນຄຸ້ມຄອງໄພພິບັດແຫ່ງຊາດ, ອາຊຽນ ແລະ ວັນຫລຸດຜ່ອນໄພພິບັດສາກົນ 13 ຕຸລາ

ຕອນເຊົ້າວັນທີ 15 ຕຸລານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນນາມຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນຄຸ້ມຄອງໄພພິບັດແຫ່ງຊາດ, ອາຊຽນ ແລະ ວັນຫລຸດຜ່ອນໄພພິບັດສາກົນ ວັນທີ 13 ຕຸລາ ເຊິ່ງທົ່ວໂລກໄດ້ພ້ອມໃຈກັນຈັດກິດຈະກຳຕ່າງໆ ເພື່ອຮ່ວມກັນສະເຫລີມສະຫລອງວັນດັ່ງກ່າວ ໃຫ້ມີຄວາມໝາຍຄວາມສຳຄັນ ຢ່າງເລິກເຊິ່ງ.

ໃຫ້ກຽດເຂົ້າຮ່ວມມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫັວດດີການສັງຄົມ, ຮອງປະທານຜູ້ປະຈຳການຄຸ້ມຄອງໄພພິບັດຂັ້ນສູນກາງ, ພ້ອມດ້ວຍການນຳພັກ-ລັດ, ບັນດາທ່ານເຈົ້າແຂວງ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ອົງການຈັດຕັ້ງມະຫາຊົນ ແລະ ມວນຊົນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ວັນຄຸ້ມຄອງໄພພິບັດແຫ່ງຊາດ, ອາຊຽນ ແລະ ວັນຫລຸດຜ່ອນໄພພິບັດສາກົນ ແມ່ນມີຄວາມສຳຄັນຢ່າງຍິ່ງ ໂດຍມີຈຸດປະສົງໃຫ້ທຸກຄົນໃນສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບໄພອັນຕະລາຍ, ຄວາມສ່ຽງ, ຜົນກະທົບ ແລະ ຄວາມເສຍຫາຍຈາກໄພພິບັດ ແລະ ພ້ອມກັນມີສະຕິ, ມີສ່ວນຮ່ວມເຂົ້າໃນວຽກງານການຄຸ້ມຄອງໄພພິບັດຢ່າງແຂງແຮງ ໂດຍເລີ່ມແຕ່ການປ້ອງກັນ, ຄວບຄຸມ ແລະ ຟື້ນຟູ ຫລັງໄພພິບັດ.

ສຳລັບ ປີ 2022 ນີ້ ອາຊຽນໄດ້ກຳນົດຫົວຂໍ້ຄຳຂວັນ ຈັດກິດຈະກຳວັນຄຸ້ມຄອງໄພພິບັດວ່າ: ” ການຮ່ວມກັນຜັນຂະຫຍາຍການສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງໄພພິບັດ ລົງສູ່ທ້ອງຖິ່ນຢ່າງແຂງແຮງກວ່າເກົ່າ”, ໄປຄຽງຄູ່ກັບຄຳຂວັນວັນຫລຸດຜ່ອນຄວາມສ່ຽງໄພພິບັດສາກົນຄື: ” ເຕືອນໄພໃຫ້ທັນການ ປະຕິບັດງານໃຫ້ທົ່ວເຖິງ ”.

ຂະບວນການຍ່າງເພື່ອສຸຂະພາບ ສະເຫລີມສະຫລອງ ວັນຄຸ້ມຄອງໄພພິບັດແຫ່ງຊາດ, ອາຊຽນ ແລະ ວັນຫລຸດຜ່ອນໄພພິບັດສາກົນ ປີນີ້ ແມ່ນເລີ່ມຈາກສວນປະຕູໄຊ ໄປຫາຫໍຄຳ ແລ້ວກັບຄືນສູ່ສວນປະຕູໄຊ, ເຊິ່ງຕະຫລອດເສັ້ນທາງການຍ່າງ ເຫັນໄດ້ເຖິງຮອຍຍິ້ມອັນຈິງໃຈ ໄມຕີຈິດ ມິດຕະພາບ ແລະ ຄວາມສາມັກຄີ, ຫລັງຈາກນັ້ນ ໄດ້ຮ່ວມຢ້ຽມຊົມການວາງສະແດງຜົນງານການເຄື່ອນໄຫວ ວຽກງານຄຸ້ມຄອງໄພພິບັດຢູ່ ສປປ ລາວ.

ພາບ: ໜັງສືພິມ ປະຊາຊົນ

Leave a Reply

Your email address will not be published. Required fields are marked *