ສາທາລະນະລັດ ໄອຣແລນ ແລະ ສະວິດເຊີແລນ ເປັນທີມທີ 28 ແລະ 29 ຜ່ານການຄັດເລືອກເຂົ້າຮອບສຸດທ້າຍ ເຕະບານຍິງ ຊິງແຊ້ມໂລກ 2023

ການແຂ່ງຂັນເຕະບານຍິງ ຊິງແຊ້ມໂລກ 2023 ຮອບຄັດເລືອກ ທະວີບເອີຣົບ ໂດຍສະເພາະ ຮອບເພອັອຟ ເພື່ອຄັດເອົາອີກສອງທີມ ໄປຮອບສຸດທ້າຍ ໄດ້ທີມເຂົ້າຮອບເປັນທີ່ຮຽບຮ້ອຍ ນັ້ນກໍຄື: ສາທາລະນະລັດ ໄອຣແລນ (ອຽກລັງ) ແລະ ສະວິດເຊີແລນ (ສະວິສ) ເປັນທີມຊະນະເພອັອຟ ດ້ວຍອັນດັບດີສຸດທີມທີໜຶ່ງ ແລະ ທີມທີສອງ. ໂດຍ ອຽກລັງ ການເພອັອຟຮອບສອງຂອງທະວີບ ເອົາຊະນະ ສະກັອດແລນ 1-0 ສ່ວນ ສະວິດເຊີແລນ ເອົາຊະນະ ເວວ ໃນການຕໍ່ເວລາພິເສດ 2-1 ເວລາປົກກະຕິສະເມີກັນ 1-1.

ສະວິສ ແລະ ອຽກລັງ ເປັນທີມທີ 28 ແລະ 29 ຜ່ານການຄັດເລືອກເຂົ້າສູ່ຮອບສຸດທ້າຍ ເຕະບານຍິງ ຊິງແຊ້ມໂລກ 2023 ທີ່ປະເທດອົດສະຕຣາລີ ແລະ ນິວຊີແລນ (ນູແວນເຊລັງ) ຮ່ວມກັນເປັນເຈົ້າພາບ. ຂະນະທີ່ ທີມຊາດປັອກຕຸຍການ ເຖິງວ່າການເພອັອຟ ຊະນະ ໄອຊແລນ (ອິດສະລັງ) ໃນການຕໍ່ເວລາພິເສດ 4-1 ເວລາປົກກະຕິສະເມີກັນ 1-1 ແຕ່ຈົບອັນດັບສາມຂອງການເພອັອຟ ໄດ້ໄປເພອັອຟ ລະດັບທະວີບ ເຊິ່ງຈະມີທີມຈາກທະວີບອາຊີ, ອາຟຣິກາ, ອາເມຣິກາໃຕ້, ຄອນຄາເຄັຟ ແລະ ໂອຊີເນຍ (ໂອເຊອານີ້) ເພື່ອລຸ້ນເຂໄ້າຮອບສຸດທ້າຍໃນປີໜ້າ ເຊິ່ງຮອບສຸດທ້າຍຈະເອົາ 32 ທີມ ຕອນນີ້ໄດ້ແລ້ວ 29 ທີມ.

Photo: FAIreland

Leave a Reply

Your email address will not be published. Required fields are marked *