ເບຣຊິນ ປາບ ອີຕາລີ ຮອງແຊ້ມ 3-1 ເຊັດ ເຂົ້າຊິງຊະນະເລີດກັບ ເຊີເບຍ ແຊ້ມເກົ່າ! ບານສົ່ງຍິງຊິງແຊ້ມໂລກ 2022

ການແຂ່ງຂັນບານສົ່ງໃນຮົ່ມຍິງ ຊິງແຊ້ມໂລກ FIVB Volleyball Women’s World Championship 2022 ທີ່ປະເທດເນເທີແລນ (ໂຮນລັງ) ແລະ ໂປແລນ (ໂປໂລຍ) ເປັນເຈົ້າພາບຮ່ວມກັນ ໃນລະຫວ່າງວັນທີ 23 ກັນຍາ – 15 ຕຸລານີ້. ການແຂ່ງຂັນຮອບ 4 ທີມສຸດທ້າຍ ຄູ່ທີສອງ ໃນວັນທີ 13 ຕຸລາຜ່ານມາ, ອີຕາລີ ຮອງແຊ້ມຄັ້ງຜ່ານມາ ເສຍໃຫ້ ເບຣຊິນ 1-3 ເຊັດ: 23–25, 25–22, 24–26 ແລະ 19–25.

ເບຣຊິນ ເຂົ້າຊິງເປັນຄັ້ງທີ 4 ຕໍ່ຈາກປີ 2010 ພົບກັບ ແຊັກບີ້ ແຊ້ມເກົ່າ ທີ່ເອົາຊະນະ ສະຫະລັດ ອາເມຣິກາ 3-1 ເຊັດ ຄວ້າໄຊ 11 ນັດລວດ, ຮອບຊິງຊະນະເລີດ ຈະແຂ່ງຂັນຄືນວັນທີ 15 ຕຸລານີ້ ເວລາ 1:00, ຄູ່ຊິງທີ 3 ຈະເລີ່ມກ່ອນ ອີຕາລີ ພົບ ສະຫະລັດ ອາເມຣິກາ ເວລາ 21:00 ຕາມເວລາໃນປະເທດລາວ.

Photo: FIVB

Leave a Reply

Your email address will not be published. Required fields are marked *