ເວັສແຮມ ຊະນະ 4 ນັດລວດ! ໂອກາດເຂົ້າຮອບ 16 ທີມສຸດທ້າຍ ຢູໂຣປ້າ ຄອນເຟີເຣນລີກ ສົດໃສ!!

ການແຂ່ງຂັນເຕະບານ ຢູຟ້າ ຢູໂຣປ້າ ຄອນເຟີເຣນລີກ ລະດູການ 2022-23 ຮອບແບ່ງກຸ່ມ ເມື່ອຄືນວັນທີ 13 ຕຸລາຜ່ານມາ, ກຸ່ມ B ເວັສແຮມ ຢູໄນເຕັດ ເປີດບ້ານຊະນະ ອັນເດີເລດ ຈາກແບນຊິກ 2-1 ໄດ້ປະຕູຈາກ ຊາອິດ ເບັນຣາມ້າ ແລະ ຈາຣັອດ ໂບເວັນ, ຂະນະທີ່ ສະເຕອົວ ບູຄູເຣັສ ເສຍໃຫ້ ຊິວເກີບອກ 0-5.

ກຸ່ມນີ້ຜ່ານໄປ 4 ນັດທຸກທີມ ເວັສແຮມ ມີ 12 ຄະແນນເຕັມ ໂອກາດເຂົ້າຮອບ 16 ທີມສຸດທ້າຍສົດໃສ, ຊິວເກີບອກ ມີ 6 ຄະແນນ, ອັນເດີເລດ 4 ຄະແນນ ແລະ ສະເຕອົວ ບູຄູເຣັສ 1 ມີຄະແນນ. ຢູໂຣປ້າ ຄອນເຟີເຣນລີກ ຜ່ານໄປ ນັດໃນແຕ່ລະກຸ່ມ ມີ 1 ທີມທີ່ເຂົ້າຮອບ 16 ທີມສຸດທ້າຍແນ່ນອນແລ້ວຄື: ບີຢາຣຽວ. ນັດຕໍ່ໄປ ຈະແຂ່ງຂັນໃນວັນທີ 26 ຕຸລານີ້.

Photo: UEFA Europa League

Leave a Reply

Your email address will not be published. Required fields are marked *