ການແຂ່ງຂັນເຕະບານ ຢູຟ້າ ຢູໂຣປ້າລີກ ລະດູການ 2022-23 ຮອບແບ່ງກຸ່ມ ເມື່ອຄືນວັນທີ 13 ຕຸລາຜ່ານມາ, ກຸ່ມ E ແມນເຊັສເຕີ ຢູໄນເຕັດ ເປີດບ້ານເອົາຊະນະ ໂອໂມເນຍ ນິໂຄເຊຍ ຈາກໄຊປຣັສ ແບບຫວຸດວິດ 1-0 ຈາກຕົວສຳຮອງ ສະກັອດ ແມັກໂທມີເນ່ 90+3′, ຂະນະທີ່ ຣຽວ ໂຊເຊຍແດັດ ຊະນະ ເຊຣິຟ 3-0.
ກຸ່ມນີ້ຜ່ານໄປ 4 ນັດທຸກທີມ ຣຽວ ໂຊເຊຍແດັດ ມີ 12 ຄະແນນເຕັມ, ແມນຢູ 9 ຄະແນນ, ເຊຣິຟ 3 ຄະແນນ ແລະ ໂອໂມເນຍ ຍັງບໍ່ມີຄະແນນ.
ສ່ວນ ກຸ່ມ A ອາຣເຊນໍລ ບຸກຊະນະ ໂບໂດ້ກິມ ຈາກນອກແວ 1-0 ຈາກ: ບູກາໂຢ້ ຊາກ້າ ນາທີ 24‘ ຂະນະທີ່ ພີເອັສວີ ໄອໂຮເຟັນ ຊະນະ ຊູຣິກ 5-0.
ອາຣເຊນໍລ ເປັນທີມນຳ 3 ມີ 9 ຄະແນນເຕັມ, ພີເອັສວີ 3 ມີ 7 ຄະແນນ, ໂບໂດ້ກິມ 4 ນັດ ມີ 4 ຄະແນນ ແລະ ຊູຣິກ 4 ນັດ ຍັງບໍ່ມີຄະແນນ, ນັດຕໍ່ໄປ ຈະແຂ່ງຂັນໃນວັນທີ 26 ຕຸລານີ້.
Photo: UEFA Europa League