ທັບອັຊຊູຣີ້ ທີມຊາດອີຕາລີ ແຊ້ມເກົ່າ ຈັບສະຫລາກຮ່ວມກຸ່ມກັບ ທີມຊາດອັງກິດ ຮອງແຊ້ມ ການຄັດເລືອກ ເຕະບານຊາຍ ຊິງແຊ້ມເອີຣົບ ຄັ້ງທີ 17 ຫລື ຢູໂຣ 2024 ທີ່ປະເທດເຢຍລະມັນ ຈະເປັນເຈົ້າພາບຮອບສຸດທ້າຍ ໃນລະຫວ່າງວັນທີ 14 ມິຖຸນາ – 14 ກໍລະກົດ ປີ 2024. ທີມຊາດອີຕາລີ ແລະ ທີມຊາດອັງກິດ ຈັບສະຫລາກມາຢູ່ໃນກຸ່ມ C ຮ່ວມກັບ ຢູເຄຣນ (ອູແກຣນ), ນັອດ ມາເຊໂດເນຍ ແລະ ມາວຕ້າ.
ສ່ວນກຸ່ມ B ມີ: ຝຣັ່ງ ແຊ້ມ 2 ສະໄໝ, ເນເທີແລນ (ໂຮນລັງ) ແຊ້ມ 1 ສະໄໝ, ກຣິຊ (ເກຣັກ) ອະດີດແຊ້ມ 1 ສະໄໝ, ສາທາລະນະລັດ ໄອຣແລນ (ອຽກລັງ) ແລະ ຈີບາວຕ້າ.
ກຸ່ມ A ມີ: ສະເປນ (ແອັສປາຍ) ແຊ້ມ 3 ສະໄໝ, ສະກັອດແລນ, ນໍຣເວ (ນອກແວ), ຈໍເຈຍ (ຊັອກຊີ້) ແລະ ໄຊປຣັສ.
ກຸ່ມ D ມີ: ໂຄຣເອເຊຍ (ໂຄຣອາຊີ), ເວວ, ອາຣມີເນຍ (ອາກເມນີ້), ຕູຣາເຄຍ ແລະ ລັດເວຍ (ລັດວີ້).
ກຸ່ມ E: ໂປແລນ (ໂປໂລຍ), ສາທາລະນະລັດເຊັກ, ອາວບາເນຍ (ອານບານີ້), ມອນໂດວ້າ ແລະ ເກາະ ແຟໂຣ.
ກຸ່ມ F: ເບວຢ້ຽມ (ແບນຊິກ), ອັອສເຕຣຍ (ໂອຕຣິດ), ສະວີເດັນ (ຊູແອັດ), ອາເຊີໄບຈັນ (ອາແຊກໄບຊານ) ແລະ ເອັສໂຕເນຍ (ເອັສໂຕນີ້).
ກຸ່ມ G ມີ: ຮັງກາຣີ (ຮົງກາຣີ), ເຊີເບຍ (ແຊັກບີ້), ມອນເຕເນໂກຣ, ເບົາເກເຣຍ (ບຸນກາຣີ) ແລະ ລິດທົວເນຍ (ລີຕູອານີ້).
ກຸ່ມ H: ເດັນມາກ (ດານມາກ) ແຊ້ມ 1 ສະໄໝ, ຟິນແລນ (ແຟັງລັງ), ສະໂລເວເນຍ (ສະໂລເວນີ້), ຄາຊັກສະຖານ, ໄອແລນເໜືອ (ອຽກລັງເໜືອ) ແລະ ຊານມາຣິໂນ້.
ກຸ່ມ I: ສະວິດເຊີແລນ, ອິດສະຣາເອວ (ອິດສະຣາແອນ), ໂຣມາເນຍ (ຣູມານີ້), ໂຄໂຊໂວ້, ເບລາຣຸສ (ເບລາຣຸສຊີ້) ແລະ ມອນໂດວ້າ.
ກຸ່ມ J ມີ: ປັອກຕຸຍການ ແຊ້ມ 1 ສະໄໝ, ບັອສເນຍ ແອນ ເຮີເຊໂກວີນ້າ (ບົດນີ້ ແຮກເຊໂກວີນ້າ), ໄອຊແລນ (ອິດສະລັງ), ລັກແຊມເບີກ (ລຸກຊຳບວກ), ສະໂລວາເກຍ (ສະໂວວັກ) ແລະ ລິດເທິນສະຕາຍ.
ຮູບແບບການຄັດເລືອກ ພົບກັນໝົດໃນກຸ່ມ ແບບໄປ-ກັບ ຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບສຸດທ້າຍ ລວມທັງໝົດ 20 ທີມ ບວກກັບເຈົ້າພາບເປັນ 21 ທີມ ສ່ວນອີກ 3 ທີມ ແມ່ນຈະຄັດເອົາມາຈາກຊະນະຮອບເພອັອຟ ກໍຄືບັນດາທີມທີ່ຈົບອັນດັບທີໜຶ່ງຂອງລີກ B ແລະ C ໃນການແຂ່ງຂັນ ຢູຟ້າ ເນຊັ່ນລີກ ລະດູການ 2022–23 ລວມທັງ 4 ທີມສຸດທ້າຍທີ່ລຸ້ນແຊ້ມ ເນຊັ່ນລີກ ລະດູການດັ່ງກ່າວ ຫາກວ່າ: ບໍ່ຕິດອັນດັບ 1 ໃນ 2 ຂອງກຸ່ມ ໃນຮອບຄັດເລືອກ ຢູໂຣ 2024. ຮອບຄັດເລືອກຈະເລີ່ມທຳການແຂ່ງຂັນໃນວັນທີ 23 ມີນາ ຫາວັນທີ 21 ພະຈິກ ປີ 2023, ສ່ວນຮອບເພອັອຟ ຈະແຂ່ງຂັນວັນທີ 21–26 ມີນາ ປີ 2024.
Photo: UEFA EURO 2024