ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຮອງຫົວໜ້າຄະນະຊີ້ນຳຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດ ນະຄອນຫລວງວຽງຈັນ ປະຈຳປີ 2022 ໄດ້ໃຫ້ສຳພາດວ່າ: ບຸນປີນີ້ ໄດ້ຈົບລົງດ້ວຍຜົນສຳເລັດອັນຈົບງາມ ເຊິ່ງ 7 ວັນຂອງງານ ກໍຄືວັນທີ 5-11 ຕຸລາ ມີມວນຊົນນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມາຮ່ວມຢ້ຽມຊົມ ຈັບຈ່າຍຊື້ຂາຍຢ່າງຄັບຄາໜາແໜ້ນ ດ້ວຍບັນຍາກາດຟົດຟຶ້ນ, ໂດຍສະເພາະ ມື້ຊ່ວງເຮືອສອງວັນ 10 ແລະ 11 ເຫັນໄດ້ວ່າ: ມີພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ມາທຸກສາລະທິດ ລວມທັງ ແຂກນັກທ່ອງທ່ຽວຕ່າງປະເທດຈຳນວນໜື່ງ ພ້ອມໃຈກັນມາຮ່ວມຊົມ ຮ່ວມເຊຍ ແລະ ໃຫ້ກຳລັງໃຈສີພາຍເຮືອຊ່ວງ ຢ່າງຫລວງຫລາຍ.


ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດ ນະຄອນຫລວງວຽງຈັນ ໃນປີນີ້ ນອກຈາກການອານຸລັກຮັກສາ ສືບທອດ ວັດທະນະທຳ ຮີດຄອງປະເພນີ ອັນດີງາມຂອງຊາດ ໃຫ້ຄົງຢູ່ຄູ່ກັບສັງຄົມລາວຕະຫລອດໄປແລ້ວ, ຍັງເປັນເຕົ້າໂຮມຄວາມສາມັກຄີ, ຊ່ວຍກະຕຸ້ນເສດຖະກິດ ແລະ ສົ່ງເສີມການທ່ອງທ່ຽວລາວ.
ສະເພາະການແຂ່ງຂັນເຮືອຊ່ວງໃນປີນີ້ ມີເຮືອເຂົ້າຮ່ວມຊິງໄຊທັງໝົດ 33 ລຳ, ແບ່ງອອກເປັນ 3 ປະເພດຄື: ເຮືອ 12 ສີພາຍ 21 ລຳ, ເຮືອປະເພນີຊາຍ 55 ສີພາຍ 7 ລຳ ແລະ ເຮືອປະເພນີຍິງ 55 ສີພາຍ 5 ລຳ.


ສ່ວນລາງວັນເຮືອເຊີ້ງງາມ ໄດ້ແກ່ເຮືອ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ.
ພາບ: ໜັງສືພິມ ວຽງຈັນໃໝ່