ຄຣິຊມັນ ເຊັນສັນຍາຖາວອນກັບ ແອັດມາດຣິດ ເຖິງປີ 2026

ອ໋ອງຕວນ ຄຣິຊມັນ ຕົກລົງເຊັນສັນຍາຖາວອນກັບ ແອັດເລຕິໂກ້ ມາດຣິດ ເຖິງປີ 2026 ພາຍຫລັງຍ້າຍຈາກ ບາຣເຊໂລນ້າ ໃນສັນຍາຍືມຕົວໃນເດືອນສິງຫາປີ 2021 ກັບມາເປັນນັກເຕະຂອງ ແອັດມາດຣິດ ອີກຄັ້ງ ເຊິ່ງລາຄາການຍ້າຍກັບມາຖິ່ນເກົ່າຄັ້ງນີ້ ປະມານ 40 ລ້ານເອີໂຣ.

ຄຣິຊມັນ ມາຢູ່ກັບ ແອັດມາດຣິດ ຮອບສອງ ໄດ້ລົງຫລິ້ນ 47 ນັດ ຍິງ 11 ປະຕູ, ຕອນຍ້າຍຈາກ ແອັດມາດຣິດ ໄປຢູ່ກັບ ບາຣຊ້າ ເມື່ອປີ 2019 ມີຄ່າໂຕແພງັສຸດອັນດັບ 6 ຂອງໂລກຄື: 108 ລ້ານປອນ. ປະຈຸບັນ ອ໋ອງຕວນ ຄຣິຊມັນ ອາຍຸ ປີ ກຳລັງເລັ່ງສ້າງຜົນງານ ເພື່ອໂອກາດຕິດທີມຊາດຝຣັ່ງ ໄປບານໂລກ 2022 ທີ່ກາຕ້າ ໃນທ້າຍປີນີ້ ສະເພາະລະດູການນີ້ ລົງຫລິ້ນ 11 ນັດ ຍິງ 3 ປະຕູ.

Photo: Atlético de Madrid

Leave a Reply

Your email address will not be published. Required fields are marked *