ການຈັດອັນດັບໂລກ ຟຸດຊໍລຊາຍ ຫລ້າສຸດ ທັບຊາມູໄຣ ທີມຊາດຍີ່ປຸ່ນ ແຊ້ມຊິງແຊ້ມອາຊີ ຄັ້ງຫລ້າສຸດ ອັນດັບໂລກ ຫຍັບຂຶ້ນ 3 ອັນດັບ ມາຢູ່ທີ 13 ຂອງໂລກ ມີ 1396 ຄະແນນ ແຕ່ຍັງຢູ່ອັນດັບສອງຂອງທະວີບອາຊີ ເຖິງວ່າເອົາຊະນະ ອີຣານ 3-2 ຄອງແຊ້ມ ຟຸດຊໍລຊາຍ ຊິງແຊ້ມອາຊີ ເປັນສະໄໝທີ 4.
ສ່ວນ ອີຣານ ຍັງຍຶດບັນລັງ ເບີ 1 ຂອງອາຊີ ແລະ ຢູ່ອັນດັບ 7 ຂອງໂລກ ມີ 1549 ຄະແນນ, ຂະນະທີ່ ອຸສເບກິສຖານ ຊະນະ ໄທ 8-2 ຄອງອັນດັບສາມຂອງອາຊີ 2 ຄັ້ງຕິດຕໍ່ກັນ ແຊງ ໄທ ຂຶ້ນມາເປັນອັນດັບສາມຂອງທະວີບ ແລະ ຢູ່ທີ 21 ຂອງໂລກ ມີ 1284 ຄະແນນ, ທາງດ້ານ ທີມຊາດໄທ ຫລົ່ນມາຢູ່ອັນດັບ 4 ຂອງອາຊີ ແລະ ຢູ່ທີ 25 ຂອງໂລກ ມີ 1259 ຄະແນນ. ທີ 5 ຂອງອາຊີແມ່ນ ອິນໂດເນເຊຍ ຢູ່ທີ 39 ຂອງໂລກ, ຫວຽດນາມ ຢູ່ທີ 6 ຂອງອາຊີ ແລະ ຢູ່ທີ 40 ຂອງໂລກ. ສຳລັບ ທີ 1 ຂອງໂລກແມ່ນ ເບຣຊິນ, ທີ 2 ແອັສປາຍ, ທີ 3 ປັອກຕຸຍການ, ທີ 4 ຣັດເຊຍ, ທີ 5 ອາກຊັງຕິນ.
Photo: AFC