ການແຂ່ງຂັນບານສົ່ງໃນຮົ່ມຍິງ ຊິງແຊ້ມໂລກ FIVB Volleyball Women’s World Championship 2022 ທີ່ປະເທດເນເທີແລນ (ໂຮນລັງ) ແລະ ໂປແລນ (ໂປໂລຍ) ເປັນເຈົ້າພາບຮ່ວມກັນ ໃນລະຫວ່າງວັນທີ 23 ກັນຍາ – 15 ຕຸລານີ້.
ການແຂ່ງຂັນຮອບ 4 ທີມສຸດທ້າຍ ຄູ່ທີໜຶ່ງ ໃນວັນທີ 12 ຕຸລາຜ່ານມາ, ແຊັກບີ້ ແຊ້ມເກົ່າ ຍັງຟອມດີຕໍ່ເນື່ອງ ເອົາຊະນະ ສະຫະລັດ ອາເມຣິກາ 3-1 ເຊັດ: 25–21, 25–20, 17–25 ແລະ 25–23 ຄວ້າໄຊ 11 ນັດລວດ ເຂົ້າຮອບຊິງຊະນະເລີດ ລໍຖ້າປ້ອງກັນແຊ້ມກັບຜູ້ຊະນະລະຫວ່າງ ອີຕາລີ ຮອງແຊ້ມຄັ້ງຜ່ານມາ ຫລື ເບຣຊິນ ທີ່ຈະແຂ່ງຂັນຄືນວັນທີ 13 ຕຸລານີ້ ເວລາ 1:30.
Photo: FIVB