ເຊວຊີ ຟອມດີຂຶ້ນເລື້ອຍໆ! ບຸກຊະນະ ເອຊີ ມິລານ 10 ຄົນ 2-0 ແຊງເປັນທີມນຳຂອງກຸ່ມ ຢູຟ້າ ແຊ້ມປ້ຽນລີກ 2022-23

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ E ນັດທີ 4 ຄືນວັນທີ 11 ຕຸລາຜ່ານມາ, ສິງຟ້າ ເຊວຊີ ທີ່ກຳລັງຟອມດີຂຶ້ນເລື້ອຍໆ ພາຍຫລັງໄດ້ຜູ້ຈັດການທີມໃໝ່ ກຣາແຮມ ພັອດເຕີ ບຸກໄປຄວ້າໄຊເໜືອ ເອຊີ ມິລານ ແຊ້ມລີກສູງສຸດຂອງ ອີຕາລີ 2-0 ນັດນີ້ ເຊວຊີ ໄດ້ປຽບຜູ້ຫລິ້ນຕັ້ງແຕ່ນາທີ 18′ ເມື່ອ ຟີກາໂຢ້ ໂຕໂມຣິ ອະດີດກອງຫລັງຂອງ ເຊວຊີ ທີ່ຍ້າຍມາຢູ່ກັບ ມິລານ ເຈດຕະນາດຶງ ເມສັນ ເມົ້າ ທີ່ກຳລັງຈະຫລຸດເຂົ້າໄປຍິງປະຕູ ແລະ ມອບຈຸດໂທດໃຫ້ ເຊວຊີ ແລະ ເປັນ ຈໍກິນໂຢ້ ຮັບໜ້າທີ່ສັງຫານ ນາທີ 21 ສ່ວນປະຕູທີສອງໄດ້ຈາກ ປີແອ ເມເມຣິກ ໂອບາເມຢອງ ນາທີ 34‘ ເຊວຊີ ຊະນະ ມິລານ ສອງນັດລວດ.

ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ດີນາໂມ ຊາເກັບ ສະເໝີກັບ ເຊົາບວກ 1-1 ຜ່ານໄປ 4 ນັດ: ເຊວຊີ ແຊງເປັນທີມນຳ ມີ 7 ຄະແນນ, ເຊົາບວກ ມີ 6 ຄະແນນ, ມິລານ ແລະ ຊາເກັບ ມີ 4 ຄະແນນ, ນັດຕໍ່ໄປ ຈະແຂ່ງຂັນວັນທີ 25 ຕຸລານີ້.

Photo: UEFA Champions League, Chelsea Football Club

Leave a Reply

Your email address will not be published. Required fields are marked *