ການແຂ່ງຂັນບານສົ່ງໃນຮົ່ມຍິງ ຊິງແຊ້ມໂລກ FIVB Volleyball Women’s World Championship 2022 ທີ່ປະເທດເນເທີແລນ (ໂຮນລັງ) ແລະ ໂປແລນ (ໂປໂລຍ) ເປັນເຈົ້າພາບຮ່ວມກັນ ໃນລະຫວ່າງວັນທີ 23 ກັນຍາ – 15 ຕຸລານີ້.
ການແຂ່ງຂັນຮອບ 8 ທີມສຸດທ້າຍ ໃນວັນທີ 11 ຕຸລາຜ່ານມາ, ແຊັກບີ້ ແຊ້ມເກົ່າ ຍັງຟອມດີຕໍ່ເນື່ອງ ເອົາຊະນະ ໂປໂລຍ ເຈົ້າພາບ ແບບຫວຸດວິດ 3-2 ເຊັດ: 21–25, 25–21, 25–19, 24–26 ແລະ 16–14 ຄວ້າໄຊ 10 ນັດລວດ ເຂົ້າຮອບ 4 ທີມສຸດທ້າຍ ໄປພົບກັບ ສະຫະລັດ ອາເມຣິກາ ທີ່ເອົາຊະນະ ຕູຣາເຄຍ 3-0 ເຊັດ.
ຂະນະທີ່ ອີຕາລີ ຮອງແຊ້ມຄັ້ງຜ່ານມາ ຊະນະ ສປ ຈີນ 3-1 ເຊັດ, ຮອບ 4 ທີມສຸດທ້າຍ ໄປພົບກັບ ເບຣຊິນ ທີ່ແຊງຊະນະ ຍີ່ປຸ່ນ ແບບຫວຸດວິດ 3-2 ເຊັດ, ເສຍກ່ອນ 2 ເຊັດທຳອິດ ແຕ່ແຊງຊະນະໃນ 3 ເຊັດຫລັງ.
ໂດຍຮອບ 4 ທີມສຸດທ້າຍ ຈະແຂ່ງຂັນວັນທີ 12 ແລະ 13 ຕຸລານີ້, ແຊັກບີ້ ແຊ້ມເກົ່າ ພົບ ອາເມຣິກາ ວັນທີ 12 ແລະ ອີຕາລີ ຮອງແຊ້ມຄັ້ງຜ່ານມາ ພົບ ເບຣຊິນ ວັນທີ 13 ຕຸລາ.
Photo: FIVB