ເອີລິ້ງ ຮາແລນ ສູນໜ້າຟອມເດັ່ນ ໄວ 22 ປີ ທີມຊາດນໍຣເວ (ນອກແວ) ຂອງທັບເຮືອໃບ ແມນເຊັສເຕີ ຊິຕີ້ ສ້າງອີກໜຶ່ງສະຖິຕິ ເປັນນັກເຕະຄົນທຳອິດ ຍິງຫລັກ 15 ປະຕູ ໂດຍໃຊ້ເວລາໜ້ອຍສຸດໃນ ພຣີເມ່ຍລີກ ອັງກິດ ພາຍຫລັງຊັດໜຶ່ງປະຕູຊ່ວຍຕົ້ນສັງກັດເປີດບ້ານເອົາຊະນະ ເຊົາແທ່ມຕັນ 4-0 ໃນທ້າຍອາທິດຜ່ານມາ.
ຮາແລນ ຍິງ 15 ປະຕູ ໂດຍໃຊ້ເວລາ 9 ນັດ ທຳລາຍສະຖິຕິຂອງ ແອນດີ້ ໂຄລ ອະດີດສູນໜ້າ ແມນເຊັສເຕີ ຢູໄນເຕັດ ທີ່ຍິງ 15 ປະຕູຈາກ 15 ນັດ ແລະ ກຳລັງຈະສ້າງສະຖິຕິເປັນນັກເຕະຍິງປະຕູໄດ້ຫລາຍສຸດຈາກ 10 ນັດທຳອິດໃນ ພຣີເມ່ຍລີກ ອັງກິດ ໃນເກມຕໍ່ໄປ ທີ່ຈະໄປຢາມ ລີເວີພູລ ວັນທີ 16 ຕຸລານີ້ ເພາະຜ່ານມາສະຖິຕິນີ້ ເຮັດໄດ້ດີສຸດ 11 ປະຕູຈາກ 10 ນັດມີ 3 ຄົນຄື: ເອັມຄິນ, ປາປິສ ຊິສເຊ້ ແລະ ເດໂກ້ ຄັອສຕ້າ.
ກ່ອນໜ້ານີ້ ຮາແລນ ສ້າງສະຖິຕິເປັນນັກເຕະຄົນທຳອິດ ຍິງ 11 ປະຕູ ໃນ 7 ນັດທຳອິດຂອງ ພຣີເມ່ຍລີກ ແລະ ຍິງ 9 ປະຕູ ໃນ 5 ນັດທຳອິດຂອງ ພຣີເມ່ຍລີກ, ພ້ອມກັນນີ້ ກໍເປັນນັກເຕະຄົນທຳອິດໃນ ພຣີເມ່ຍລີກ ຍິງແຮັດທຣິກໃນບ້ານ 3 ນັດຕິດຕໍ່ກັນ ແລະ ຍິງປະຕູນອກບ້ານໃນເກມລີກ 4 ນັດຕິດຕໍ່ກັນ.
ສະຖິຕິອື່ນທີ່ສ້າງໄດ້ຕື່ມອີກໃນລະດູການນີ້ ຮາແລນ ຍິງ 28 ປະຕູຈາກການລົງຫລິ້ນ 22 ນັດໃນ ແຊ້ມປ້ຽນລີກ ຖືວ່າຫລາຍສຸດໃນ 30 ນັດທຳອິດ ໃນສັງວຽນ ແຊ້ມປ້ຽນລີກ, ລວມແລ້ວ ລະດູການນີ້ ຮາແລນ ຮາແລນ ຍິງໃຫ້ ແມນຊິຕີ້ ໄປແລ້ວ 20 ປະຕູຈາກ 13 ນັດ ລວມທັງເກມ ຢູຟ້າ ແຊ້ມປ້ຽນລີກ ແລະ ຍິງປະຕູຕິດຕໍ່ກັນໃນ 10 ຫລັງສຸດ.
Photo: Manchester City