3 ສະໄໝຕິດຕໍ່ກັນ! ຣີສອດປາກນໍ້າຄານ ແຊ້ມເກົ່າ ຄອງເຈົ້າທ່າວັດຈັນ! ເຮືອປະເພນີຊາຍ 55 ສີພາຍ ປະຈຳປີ 2022

ການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍລະນາ ທີ່ທ່າວັດຈັນ ນະຄອນຫລວງວຽງຈັນ ປະຈຳປີ 2022 ມື້ທີສອງຂອງການແຂ່ງຂັນ ວັນທີ 11 ຕຸລານີ້ ເປັນການແຂ່ງຂັນ ເຮືອປະເພນີຍິງ-ຊາຍ 55 ສີພາຍ ເຊິ່ງໃນພາກເຊົ້າໄດ້ມີພິມີເປີດງານຢ່າງເປັນທາງການ ແລະ ທຳການແຂ່ງຂັນຮອບແບ່ງສາຍ ເພື່ອຄັດເຂົ້າສູ່ຮອບນັອກເອົ້າ ເສຍຄັດອອກ ມາແຂ່ງຂັນຮອບ 4 ລຳສຸດທ້າຍ ຫລື ຮອບຮອງຊະນະເລີດ ໃນພາກບ່າຍ ແລະ ພາກແລງ ທັງສອງປະເພດ.

ເຊິ່ງບັນຍາກາດການແຂ່ງຂັນ ນັບຕັ້ງແຕ່ພາກເຊົ້າຈົນມາເຖິງພາກບ່າຍ ແລະ ພາກແລງ ເຫັນໄດ້ວ່າ: ມີມວນຊົນທຸກສາລະທິດ ທັງຊາວລາວ ແລະ ຕ່າງປະເທດ ມາຮ່ວມຊົມ ຮ່ວຍເຊຍ ແລະ ໃຫ້ກຳລັງໃຈສີພາຍເຮືອຊ່ວງ ຢ່າງຄັບຄາໜາແໜ້ນ ດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ, ທັງນີ້ ກໍເພື່ອການອານຸລັກຮັກສາ ສືບທອດ ວັດທະນະທຳ ຮີດຄອງປະເພນີ ອັນດີງາມຂອງຊາດ ທີ່ມີມາຢ່າງຍາວນານ ໃຫ້ຄົງຢູ່ຄູ່ກັບສັງຄົມລາວຕະຫລອດໄປ, ທັງເປັນເຕົ້າໂຮມຄວາມສາມັກຄີ, ກະຕຸ້ນເສດຖະກິດ ແລະ ສົ່ງເສີມການທ່ອງທ່ຽວ.

ບຸນຊ່ວງເຮືອປະເພນີ ທີ່ທ່າວັດຈັນປີນີ້ ມີເຮືອເຂົ້າຮ່ວມຊິງໄຊທັງໝົດ 33 ລຳ, ແບ່ງອອກເປັນ 3 ປະເພດຄື: ເຮືອ 12 ສີພາຍ 21 ລຳ, ເຮືອປະເພນີຊາຍ 55 ສີພາຍ 7 ລຳ ແລະ ເຮືອປະເພນີຍິງ 55 ສີພາຍ 5 ລຳ, ປີນີ້ບໍ່ມີເຮືອສູດ, ໂດຍ ເຮືອ 12 ສີພາຍ ແມ່ນແຂ່ງຂັນສຳເລັດໃນວັນທີ 10 ຕຸລາຜ່ານມາ, ສ່ວນ ເຮືອປະເພນີຍິງ-ຊາຍ 55 ສີພາຍ ທຳການແຂ່ງຂັນໃນວັນທີ 11 ຕຸລານີ້.

ໃຫ້ກຽດມອບລາງວັນໂດຍ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍຄະນະຮັບຜິດຊອບຈັດງານ, ແຂກຖືກເຊີນ ແລະ ຜູ້ໃຫ້ການສະໜັບສະໜູນ.

ບຸນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍລະນາ ທີ່ທ່າວັດຈັນ ນະຄອນຫລວງວຽງຈັນ ປີນີ້ ສຳເລັດລົງຢ່າງຈົບງາມ ຮັກສາໄດ້ວັດທະນະທຳ ຮີດຄອງປະເພນີ ອັນດີງາມຂອງຊາດລາວ ທີ່ມີມາແຕ່ເຫິງນານ ພາຍຫລັງພັກໄປ 2 ປີ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງງານຄັ້ງນີ້ເກີດຂຶ້ນໄດ້ ກໍຍ້ອນຄວາມສາມັກຄີ, ສັດທາ ແລະ ການຮັກຫອມເອກະລັກ ວັດທະນະທຳ ປະເພນີລາວ ຂອງພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ພ້ອມກັນສືບສານ ຮີດ 12 ຄອງ 14 ໃຫ້ຢູ່ຄູ່ກັບສັງຄົມລາວຕະຫລອດໄປ.

ພາບ: ໜັງສືພິມ ວຽງຈັນໃໝ່

Leave a Reply

Your email address will not be published. Required fields are marked *