ມາເບິ່ງ 700 ປະຕູ ໃນອາຊີບຂອງ ໂຣນາວໂດ້ ພາຍຫລັງຊັດປະຕູໄຊຊ່ວຍ ແມນຢູ ບຸກຊະນະ ເອຟເວີຕັນ 2-1

ຄຣິສເຕຍໂນ້ ໂຣນາວໂດ້ ສູນໜ້າຊຸບເປີສະຕາຣຊາວປັອກຕຸຍການ ໄວ 37 ປີ ຂອງສະໂມສອນ ແມນເຊັສເຕີ ຢູໄນເຕັດ ຍິງປະຕູທີ 700 ໃນອາຊີບໄດ້ສຳເລັດ ໃນນັດທີ່ ແມນຢູ ບຸກຊະນະ ເອຟເວີຕັນ 2-1 ເກມພຣີເມ່ຍລີກ ວັນອາທິດທີ 9 ຕຸລາຜ່ານມາ, ໂຣນາວໂດ້ ລຸກຈາກມ້ານັ່ງສຳຮອງ ລົງມາແທນ ອ໋ອງໂທນີ້ ມາກຊີຢາວ ທີ່ມີອາການບາດເຈັບ ນາທີ 29′ ໃນຂະນະທີ່ເກມ ສະເໝີກັນ 1-1 ໂຣນາວໂດ້ ຍິງປະຕູໄຊ ນາທີ 44′ ພາ ແມນຢູ ຄວ້າ 3 ຄະແນນກັບບ້ານແບບຫວຸດວິດ.

ສຳລັບ 700 ປະຕູ ໃນອາຊີບຂອງ CR7 ໂຣນາວໂດ້ ຈາກການລົງຫລິ້ນ 945 ນັດ ນັບຕັ້ງແຕ່ຍຶດອາຊີບນີ້ມາແຕ່ປີ 2002 ຢູ່ກັບສະໂມສອນ ສະປອດຕິ້ງ ລິສບ້ອນ ຍິງ 5 ປະຕູຈາກ 31 ນັດ, ແມນເຊັສເຕີ ຢູໄນເຕັດ ຍິງ 144 ປະຕູຈາກ 340 ນັດ, ຣຽວ ມາດຣິດ ຍິງ 450 ປະຕູຈາກ 438 ນັດ ແລະ ຢູເວັນຕຸສ ຍິງ 101 ປະຕູຈາກ 134 ນັດ. ສ່ວນໃນນາມທີມຊາດປັອກຕຸຍການ ຕິດທີມຊຸດໃຫຍ່ມາແຕ່ປີ 2003 ລົງຫລິ້ນ 191 ນັດ ຍິງ 117 ປະຕູ ຫລາຍສຸດໃນໂລກ.

Photo: Man UTD

Leave a Reply

Your email address will not be published. Required fields are marked *