ການແຂ່ງຂັນສະນຸກເກີ ລາຍການ Hong Kong Masters 2022 ທີ່ສັງວຽນ ຮົງກົງ ໂຄລີຊ້ຽມ ເຂດປົກຄອງພິເສດຈິນຮົງກົງ, ຮອບຊິງຊະນະເລີດເມື່ອວັນທີ 9 ຕຸລາຜ່ານມາ, ເປັນຄູ່ຊິງໜ້າໃໝ່, ຣອນນີ້ ໂອຊຸນລີແວນ ມື 1 ຂອງໂລກ ຈາກອັງກິດ ພົບກັບ ມາຣໂກ້ ຟູ໋ ຈາກເຈົ້າພາບ ອະດີດມື 5 ຂອງໂລກ.
ຜ່ານການແຂ່ງຂັນປະກົດວ່າ: ຣອນນີ້ ເຂົ້າເບຣກໄດ້ຄົມກວ່າ ເອົາຊະນະ ມາຣໂກ້ ຟູ໋ 6-4 ເຟຣມ ຄວ້າແຊ້ມລາຍການນີ້ເປັນຄັ້ງທຳອິດ ແລະ ເປັນນັກສະນຸກເກີອັງກິດ ຄົນທີ 3 ທີ່ໄດ້ແຊ້ມລາຍການນີ້ ຕໍ່ຈາກ ສະຕິຟ ເດວິສ ປີ 1984, 1987, ວິວລີ້ ທຣອນ ປີ 1986 ແລະ ຈິມມີ້ ໄວ້ ປີ 1988.
ຣອນນີ້ ຮັບຂັນແຊ້ມ ພ້ອມເງິນລາງວັນ 100,000 ປອນ, ຮອງແຊ້ມໄດ້ເງິນລາງວັນ 45,000 ປອນ. ສ່ວນລາງວັນເຂົ້າເບຣກສູງສຸດລາຍການນີ້ ເປັນຂອງ ມາຣໂກ້ ຟູ໋ ໄດ້ແມັກຊີມໍ້າເບຣກ 147 ຄະແນນ ຄັ້ງທີ 5 ໃນອາຊີບ ຮັບເງິນລາງວັນ 10,000 ປອນ.
ການແຂ່ງຂັນສະນຸກເກີ ລະດັບໂລກ ລາຍການຕໍ່ໄປ ຈະມີຂຶ້ນໃນວັນທີ 16-23 ຕຸລານີ້ ລາຍການ Northern Ireland Open 2022 ຊິງເງິນລາງວັນລວມ 422,000 ປອນ.
Photo: World Snooker Tour