ເຊີເບຍ ແຊ້ມເກົ່າ ຊະນະ 9 ນັດລວດ! ຮອບ 8 ທີມສຸດທ້າຍ ພົບກັບ ໂປແລນ! ບານສົ່ງຍິງຊິງແຊ້ມໂລກ 2022

ການແຂ່ງຂັນບານສົ່ງໃນຮົ່ມຍິງ ຍິງຊິງແຊ້ມໂລກ FIVB Volleyball Women’s World Championship 2022 ທີ່ປະເທດເນເທີແລນ (ໂຮນລັງ) ແລະ ໂປແລນ (ໂປໂລຍ) ເປັນເຈົ້າພາບຮ່ວມກັນ ໄດ້ສຳເລັດການແຂ່ງຂັນຮອບທີ 2 ຫລື ຮອບ 16 ທີມສຸດທ້າຍ ໃນທ້າຍອາທິດຜ່ານມາ ໂດຍແບ່ງອອກເປັນ 2 ກຸ່ມ, ກຸ່ມລະ 8 ທີມ ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1-4 ຂອງກຸ່ມ ເຂົ້າຮອບນັອກເອົ້າ 8 ທີມສຸດທ້າຍຕໍ່ໄປ, ເຊິ່ງຮອບທີສອງນີ້ ແມ່ນເອົາຜົນງານໃນຮອບທີໜຶ່ງຜ່ານມາ ບວກກັບຜົນງານໃນຮອບນີ້ ເພື່ອຈັດອັນດັບ ຄັດເຂົ້າຮອບ 8 ທີມຕໍ່ໄປ.

ການແຂ່ງຂັນຮອບສອງ ນັດສຸດທ້າຍ ກຸ່ມ F ເຊີເບຍ (ແຊັກບີ້) ແຊ້ມເກົ່າ ຟອມດີຕໍ່ເນື່ອງ ຊະນະ ຕູຣາເຄຍ 3-0 ເຊັດ ຄວ້າໄຊ 9 ນັດລວດ ເຂົ້າຮອບ 8 ທີມສຸດທ້າຍຢ່າງສະຫງ່າງາມ, ທີ 2 ຂອງກຸ່ມນີ້ແມ່ນ ສະຫະລັດ ອາເມຣິກາ ຊະນະ 7 ເສຍ 2, ທີ 3 ຕູຣາເຄຍ ຊະນະ 6 ເສຍ 3 ແລະ ທີ 4 ໂປໂລຍ ຊະນະ 6 ເສຍ 3 ເຊັ່ນກັນ ແຕກຕ່າງພຽງເຊັດໄດ້ເຊັດເສຍ.

ສ່ວນ ກຸ່ມ E ທີ 1 ອີຕາລີ ຮອງແຊ້ມຄັ້ງຜ່ານມາ ຊະນະ 8 ເສຍ 1, ທີ 2 ເບຣຊິນ ຊະນະ 8 ເສຍ 1 ເຊັ່ນກັນ ແຕກຕ່າງພຽງເຊັດໄດ້ເຊັດເສຍ, ທີ 3 ຍີ່ປຸ່ນ ຊະນະ 7 ເສຍ 2, ທີ 4 ສປ ຈີນ ຊະນະ 7 ເສຍ 2 ເຊັ່ນກັນ ແຕກຕ່າງພຽງເຊັດໄດ້ເຊັດເສຍ.

ຮອບ 8 ທີມສຸດທ້າຍ: ແຊັກບີ້ ແຊ້ມເກົ່າ ພົບ ໂປໂລຍ, ອີຕາລີ ຮອງແຊ້ມ ພົບ ສປ ຈີນ, ສະຫະລັດ ອາເມຣິກາ ພົບ ຕູຣາເຄຍ ແລະ ເບຣຊິນ ພົບ ຍີ່ປຸ່ນ ຈະແຂ່ງຂັນວັນທີ 11 ຕຸລານີ້.

Photo: FIVB

Leave a Reply

Your email address will not be published. Required fields are marked *