ການແຂ່ງຂັນເຮືອຊ່ວງ ໃນງານບຸນອອກພັນສາປະວໍລະນາ ທີ່ທ່າວັດຈັນ ນະຄອນຫລວງວຽງຈັນ ໃນປີນີ້ ເລີ່ມເປີດໜ້ານໍ້າຊ່ວງຊິງເຈົ້າທ່າໃນວັນທີ 10 ຕຸລາຜ່ານມາ ເຊິ່ງເປັນເຮືອ 12 ສີພາຍ ໂດຍມີ 21 ລຳເຂົ້າຮ່ວມຊິງໄຊ ແບ່ງອອກເປັນ 4 ສາຍ, ພາກເຊົ້າມື້ນີ້ແຂ່ງຂັນຮອບຄັດເລືອກໃນແຕ່ລະສາຍ, ສ່ວນພາກບ່າຍ ສືບຕໍ່ແຂ່ງຂັນຮອບນັອກເອົ້າ ເສຍຄັດອອກ ຫລື ຮອບ 8 ລຳສຸດທ້າຍ ຈົນໄປເຖິງຮອບຊິງຊະນະເລີດ. ເຊິ່ງເຫັນວ່າ: ບັນຍາກາດຄຶກຄື້ນສົມຄວນ ມີພໍ່ແມ່ພີ່ນ້ອງປະຊາຊົນລາວ ແລະ ຊາວຕ່າງປະເທດ ມາຮ່ວມຊົມ ຮ່ວມເຊຍ ແລະ ໃຫ້ກຳລັງໃຈສີພາຍເຮືອຊ່ວງ ຢ່າງຄັບຄາໜາແໜ້ນ ພາຍຫລັງລໍຄອຍມາເປັນເວລາ 2 ປີ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19.
ດ້ານຄະນະຮັບຜິດຊອບຈັດການແຂ່ງຂັນເຮືອຊ່ວງ 12 ສີພາຍ ປີນີ້ ໄດ້ວາງລະບຽບວິໄນຢ່າງເຂັ້ມງວດກວ່າເກົ່າ ເພື່ອຄວາມເປັນເອກະພາບ, ຍຸຕິທຳ ແລະ ຄວາມເປັນລະບຽບຮຽບຮ້ອຍ ແຕ່ການແຂ່ງຂັນປີນີ້ ເມື່ອຮອດມື້ແຂ່ງຂັນຕົວຈິງ ລະດັບນໍ້າຂອງບໍລິເວນຈຸດຊ່ວງຫລຸດລົງຢ່າງວ່ອງໄວ ເຮັດໃຫ້ນໍ້າອ່າວຕື້ນ.
ຜ່ານການແຂ່ງຂັນຊະນະເລີດ ເຮືອ 12 ສີພາຍ ທີ່ທ່າວັດຈັນ ນະຄອນຫລວງວຽງຈັນປີນີ້ ໄດ້ແກ່: ເຮືອ ບໍລິສັດ ອະພິມາ ວັງວຽງ ໄດ້ຮັບຂັນໂລ 1 ໜ່ວຍ ມູນຄ່າ 1,850,000 ກີບ ພ້ອມເງິນສົດ 10 ລ້ານກີບ, ຮອງຊະນະເລີດ ສູນຄົ້ນຄວ້າສາຍພັນເຂົ້າ ຮ່ວມກັບ ບໍລິສັດ ເດດນະຄອນ ຂົນສົ່ງ ໄດ້ຮັບຂັນໂລ 1 ໜ່ວຍ ມູນຄ່າ 1,850,000 ກີບ ແລະ ເງິນລາງວັນ 8 ລ້ານກີບ, ທີສາມ ເຮືອໂຕໂນ້ ພາລວຍ ໄດ້ຮັບຂັນໂລ 1 ໜ່ວຍ ມູນຄ່າ 1,850,000 ກີບ ແລະ ເງິນລາງວັນ 6 ລ້ານກີບ, ສ່ວນ ທີ 4 ບ້ານທ່າເດື່ອ ເມືອງຫາດຊາຍຟອງ ເປັນຂອງເຮືອ ໄດ້ຮັບເງິນລາງວັນຊົມເຊີຍ 4 ລ້ານກີບ.
ການແຂ່ງຂັນເຮືອຊ່ວງ ເປັນປະເພນີທີ່ຄຽງຄູ່ກັບບຸນອອກພັນສາປະວໍລະນາມາຢ່າງຍາວນານ ພາຍຫລັງສຳເລັດການເກັບກ່ຽວຜົນຜະລິດໄຮ່ນາຮົ້ວສວນ ກໍມາຈັບໄມ້ພາຍປະລອງກຳລັງ ເພື່ອຮ່ວມສ້າງສີສັນຄວາມຄຶກຄື້ນມ່ວນຊື່ນ ແລະ ດຶງດູດມວນຊົນ ນັກທ່ອງທ່ຽວໄດ້ຢ່າງຫລວງຫລາຍ. ສຳລັບ ເຮືອປະເພນີຍິງ-ຊາຍ 55 ສີພາຍ ໃນງານບຸນອອກພັນສາປະວໍລະນາ ທີ່ທ່າວັດຈັນປີນີ້ ຈະທຳການແຂ່ງຂັນໃນວັນທີ 11 ຕຸລາ 2022 ເປີດງານທາງການເວລາ 8:30 ແລະ ເລີ່ມທຳການແຂ່ງຂັນເວລາ 9:30.
ພາບ: ໜັງສືພິມວຽງຈັນໃໝ່