AFC ຢືນຢັນ U17 ທີມຊາດລາວ ເຂົ້າຮອບສຸດທ້າຍ U17 ຊີງແຊ້ມອາຊີ 2023 ໃນຖານະອັນດັບ 2 ດີສຸດທີມທີ 6 ແຕ່ຍັງບໍ່ມີເຈົ້າພາບຮອບສຸດທ້າຍ!!

ສະຫະພັນບານເຕະອາຊີ ຫລື AFC ຢືນຢັນວ່າ: ທັບນັກກິລາເຕະບານຊາຍ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ໄດ້ສິດເຂົ້າຮອບສຸດທ້າຍ U17 ປີ ຊີງແຊ້ມອາຊີ 2023 ໃນຖານະເປັນອັນດັບສອງດີສຸດ ທີມທີ 6 ຈາກ 10 ກຸ່ມ ພາຍຫລັງການຄັດເລືອກ ນັດສຸດທ້າຍຂອງ ກຸ່ມ I ເອົາຊະນະ ກີກິດສະຖານ (ກຽກກີ້ສະຖານ) ເຈົ້າພາບ ຮອບຄັດເລືອກກຸ່ມນີ້ 2-1.

U17 ທີມຊາດລາວ ເປັນອັນດັບສອງດີສຸດ ທີມທີ 6 ຮອງຈາກ ສາທາລະນະລັດເກົາຫລີ (ເກົາຫລີໃຕ້), ສປ ຈີນ, ອັຟການິສຖານ, ອິນເດຍ ແລະ ໄທ ແຕ່ຍັງບໍ່ມີເຈົ້າພາບຮອບສຸດທ້າຍ ຄາດວ່າ: AFC ຈະເລືອກໃນມໍ່ໆນີ້ ແລະ ອາດເປັນ 1 ໃນ 16 ທີມ ທີ່ຜ່ານການຄັດເລືອກຄັ້ງນີ້.

ກ່ອນໜ້ານີ້ ປະເທດບາເຣນ ສະເໜີຕົວເປັນເຈົ້າພາບຮອບສຸດທ້າຍ ດັ່ງນັ້ນ ການຄັດເລືອກຈະເອົາທີສອງດີສຸດ 5 ຫາ 6 ທີມ, ແຕ່ເມື່ອ ບາເຣນ ຂໍຖອນຕົວເປັນເຈົ້າພາບ AFC ຈຶ່ງຢືນຢັນວ່າ: ການຄັດເລືອກແມ່ນເອົາທີສອງດີສຸດ 6 ທີມ. ສຳລັບປະຫວັດຜ່ານມາ U17 ທີມຊາດລາວ ເຄີຍຜ່ານການຄັດເລືອກໄປຮອບສຸດທ້າຍ 2 ຄັ້ງ ປີ 2004 ທີ່ຍີ່ປຸ່ນ ແລະ 2012 ຢູ່ອີຣານ ແຕ່ຕົກຮອບແບ່ງກຸ່ມທັງສອງຄັ້ງ.

Photo: LaoFF, AFC

Leave a Reply

Your email address will not be published. Required fields are marked *