ເຮືອ 12 ສີພາຍ ເປີດໜ້ານໍ້າແຂ່ງຂັນ 10 ຕຸລານີ້ ທີ່ທ່າວັດຈັນ ນະຄອນຫລວງວຽງຈັນ

ບັນຍາກາດການແຂ່ງຂັນເຮືອຊ່ວງໃນງານບຸນອອກພັນສາປະວໍລະນາ ທີ່ທ່າວັດຈັນ ນະຄອນຫລວງວຽງຈັນ ໃນປີນີ້ ເລີ່ມເປີດໜ້ານໍ້າຊ່ວງຊິງເຈົ້າທ່າໃນຕອນເຊົ້າມື້ນີ້ (ວັນທີ 10 ຕຸລາ 2022) ເຊິ່ງເປັນເຮືອ 12 ສີພາຍ ໂດຍມີ 21 ລຳເຂົ້າຮ່ວມຊິງໄຊ ແບ່ງອອກເປັນ 4 ສາຍ ໂດຍ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງ ພ້ອມດ້ວຍປະຊາຊົນມາຮ່ວມຊົມ ຮ່ວມເຊຍ ແລະ ໃຫ້ກຳລັງໃຈສີພາຍເຮືອຊ່ວງ ດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ ພາຍຫລັງລໍຄອຍມາເປັນເວລາ 2 ປີ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19.

ສຳລັບເຮືອ 12 ສີພາຍ 21 ລຳ ທີ່ເຂົ້າຮ່ວມຊິງໄຊຄັ້ງນີ້ ແບ່ງອອກເປັນ 4 ສາຍ, ສາຍ ກ ປະກອບມີ: ພະຍານະຄະຣາຊ, ທິດາສາຍແວວ 1, ບີເຄ ຮອນດ້າ, ບໍລິສັດ ອິນທະພອນ, ມາລິໂອ ພາລວຍ ແລະ ອົງສາຟາມ ຈາກເມືອງວັງວຽງ ແຂວງວຽງຈັນ; ສາຍ ຂ ມີ: ເທບພະບຸດເຕົ່າທອງ (JDB), ເຈົ້າແມ່ອໍລະໄທ ບ້ານນາທາມ ເມືອງຫາດຊາຍຟອງ, ນ້ອງໃໝ່ ເທບພະນັນໄຊ ເມືອງຫີນບູນ ແຂວງຄຳມ່ວນ, ເຮືອທິດາສາຍແວວ 2 ແລະ ເຮືອພອນສະຫວັນ 1.

ສາຍ ຄ ປະກອບມີ: ເຮືອພອນສະຫວັນ 2, ບ້ານຫາຍໂສກ ເມືອງສີສັດຕະນາກ, ບໍລິສັດ ອະພິມາ ວັງວຽງ, ເຮືອເທບແສນໄຊ ແລະ ເຮືອສູນຄົ້ນຄວ້າສາຍພັນເຂົ້າ ຮ່ວມກັບ ບໍລິສັດ ເດດນະຄອນ ຂົນສົ່ງ; ສາຍ ງ ມີ: ເຮືອໂຕໂນ້ ພາລວຍ, ບ້ານທ່າເດື່ອ ເມືອງຫາດຊາຍຟອງ, ເຮືອເພັດມີໄຊ, ເຈົ້າແມ່ປະກາຍສິດ ບ້ານໂຄກຊາຍ ເມືອງຫາດຊາຍຟອງ ແລະ ບ້ານນາແຖ.

ຮູບແບບການແຂ່ງຂັນພົບກັນໃນສາຍ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະສາຍ ເຂົ້າຮອບ 8 ລຳສຸດທ້າຍຕໍ່ໄປ, ໂດຍພາກເຊົ້າມື້ນີ້ແຂ່ງຂັນຮອບຄັດເລືອກໃນແຕ່ລະສາຍ, ສ່ວນພາກບ່າຍ ຈະສືບຕໍ່ທຳການແຂ່ງຂັນຮອບນັອກເອົ້າ ເສຍຄັດອອກ ຫລື ຮອບ 8 ລຳສຸດທ້າຍ ຄາດວ່າຈະສຳເລັດປະມານ 15:00.

ສຳລັບເຮືອ 12 ສີພາຍ ທີ່ຊະນະເລີດຄັ້ງນີ້ ຈະໄດ້ຮັບຂັນໂລ 1 ໜ່ວຍ ມູນຄ່າ 1,850,000 ກີບ ພ້ອມເງິນສົດ 10 ລ້ານກີບ, ຮອງຊະນະເລີດ ຈະໄດ້ຮັບຂັນໂລ 1 ໜ່ວຍ ມູນຄ່າ 1,850,000 ກີບ ແລະ ເງິນລາງວັນ 8 ລ້ານກີບ, ທີສາມ ຈະໄດ້ຮັບຂັນໂລ 1 ໜ່ວຍ ມູນຄ່າ 1,850,000 ກີບ ແລະ ເງິນລາງວັນ 6 ລ້ານກີບ, ສ່ວນ ທີ 4 ຈະໄດ້ຮັບເງິນລາງວັນຊົມເຊີຍ 4 ລ້ານກີບ. ສ່ວນ ເຮືອປະເພນີຍິງ-ຊາຍ 55 ສີພາຍ ຈະແຂ່ງຂັນໃນວັນທີ 11 ຕຸລາ 2022.

Leave a Reply

Your email address will not be published. Required fields are marked *