ໂນວັກ ໂຢໂຄວິກ ອະດີດນັກເທັນນິສ ມື 1 ຂອງໂລກຊາວແຊັກບີ້ ແຊ້ມແກຣນສະແລມ 21 ສະໄໝ ອົດເຂົ້າຮ່ວມ ແກຣນສະແລມສຸດທ້າຍຂອງປີ ຢູເອັສ ໂອເພັນ 2022 ທີ່ນິວຢ໊ອກ, ສະຫະລັດ ອາເມຣິກາ ໃນວັນທີ 29 ສິງຫາ – 11 ກັນຍານີ້ ຍ້ອນບໍ່ສັກວັກຊິນປ້ອງກັນໂຄວິດ-19.
ໂນວັກ ໄວ 35 ປີ ຂຽນຂໍ້ຄວາມລົງສື່ອອນລາຍສ່ວນຕົວ ” ຜິດຫວັງທີ່ບໍ່ສາມາດຮ່ວມການແຂ່ງຂັນຄັ້ງນີ້ ທັງໆທີ່ກຽມຄວາມພ້ອມເຕັມຮ້ອຍ ຫວັງລຸ້ນແຊ້ມລາຍການນີ້ອີກຄັ້ງ ” ໂນວັກ ເປັນແຊ້ມ ຢູເອັສ ໂອເພັນ 3 ສະໄໝ ຫລ້າສຸດປີ 2018.
ຂະນະທີ່ ມືວາງອັນດັບຕົ້ນໆຂອງໂລກໄດ້ເຂົ້າຮ່ວມໝົດ ເປັນຕົ້ນ: ດານິວ ແມັດເວເດັຟ ມື 1 ຂອງໂລກ ຈາກຣັດເຊຍ, ຣາຟາເອວ ນາດາວ ມື 2 ຂອງລາຍການ, ຄາລັອສ ອາວຄາຣັຊ ດາວເດັ່ນຈາກແອັສປາຍ, ສະເຕຟານັອສ ຊິດຊີປັສ, ແຄັສເປີ ຣຸດ, ຟີລິບ ອໍແກ ອາເລຍຊິມ, ຄາເມຣ້ອນ ນໍຣີ້ ແລະ ຮູເບີດ ເຮີຄັກ. ແຕ່ ອາເລັກຊານເດີ ຊະເວເຣັຟ ມື 2 ຂອງລາຍການຈາກເຢຍລະມັນ ຂໍຖອນຕົວເນື່ອງຈາກຍັງເຈັບຂໍ້ຕີນຂວາ ລວມທັງ ກາເອວ ມົງຟິສ ຈາກຝຣັ່ງ ມື 24 ຂອງໂລກ ເຈັບຕີນ.