ກັອຟມິດຕະພາບ ສະຫລອງປີສາມັກຄີ-ມິດຕະພາບ ລາວ-ຫວຽດນາມ 2022

ການແຂ່ງຂັນກິລາກັອຟມິດຕະພາບ ເພື່ອສະເຫລີມສະຫລອງປີສາມັກຄີ-ມິດຕະພາບ ລາວ-ຫວຽດນາມ ປີ 2022 ກໍຄືວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມຄົບຮອບ 45 ປີ, ການແຂ່ງຂັນຄັ້ງນີ້ ຈັດຂຶ້ນໃນວັນທີ 8 ຕຸລາຜ່ານມາ ທີ່ສະໜາມກັອຟລ໋ອງວຽນ ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ຫງວຽນບ່າຮຸ່ງ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ແຂກຖືກເຊີນ ແລະ ນັກກິລາເຂົ້າຮ່ວມ 200 ກວ່າຄົນ.

ການແຂ່ງຂັນແບ່ງອອກເປັນ 4 ສາຍຄື: ສາຍບໍ່ມີແຕ້ມຕໍ່, ສາຍ ກ, ສາຍ ຂ ແລະ ສາຍອາວຸໂສ 60 ປີ ຂຶ້ນໄປ ເຊິ່ງການແຂ່ງຂັນດຳເນີນໄປດ້ວຍຄວາມຮັກແພງ ສາມັກຄີ ມິດຕະພາບ ແລະ ຄວາມມ່ວນຊື່ນ. ຜ່ານການແຂ່ງຂັນຊະນະເລີດ ສາຍບໍ່ມີແຕ້ມຕໍ່ ໄດ້ແກ່: ທ່ານ ວະສິນ ມະນີບັນແສງ ຄະແນນລວມ -3 ອັນເດີພາ; ສາຍ ກ ຊະນະເລີດ ໄດ້ແກ່: ທ່ານ ອໍຫງ໋ອກແທັງ, ອັນດັບ 2 ທ່ານ ຟານແທັງຕ໋ວນ, ທີ 3 ທ່ານ ຄຳມິ່ງ.

ສາຍ ຂ ຊະນະເລີດ ທ່ານ ຈ່ານດຶກສ່ຽນ, ອັນດັບ 2 ທ່ານ ຫວູເຊືອງ, ທີ 3 ທ່ານ ຮຸ່ຍແອັງ; ສ່ວນ ຊະນະເລີດ ສາຍອາວຸໂສ 60 ປີ ຂຶ້ນໄປ ແມ່ນ ທ່ານ ກິແກ້ວ ໄຂຄຳພິທູນ, ຮອງຊະນະເລີດ ທ່ານ ຫງວຽນບ່າຮຸ່ງ.

ກິດຈະກຳແຂ່ງຂັນກິລາກັອຟມິດຕະພາບ ເປັນໜຶ່ງໃນກິດຈະກຳ ສະເຫລີມສະຫລອງປີສາມັກຄີ-ມິດຕະພາບ ລາວ-ຫວຽດນາມ ປີ 2022 ເພື່ອໃຫ້ມີຫລາກຫລາຍບັນຍາກາດທີ່ຟົດຟື້ນ ແລະ ມີຄວາມໝາຍ ຄວາມສຳຄັນ ຢ່າງເລິກເຊິ່ງ.

ພາບ: ໜັງສືພິມ ວຽງຈັນໃໝ່

Leave a Reply

Your email address will not be published. Required fields are marked *